ຫວຽດນາມເປັນເຂົ້າພາບຈັດຕັ້ງກອງປະຊຸມAMME13,ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ+3ຄັ້ງທີ14

ຫວຽດນາມເປັນເຂົ້າພາບຈັດຕັ້ງກອງປະຊຸມAMME13,ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ+3ຄັ້ງທີ14 - ảnh 1
(ພາບປະກອບ)

(vovworld) – ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​​ແວດ​ລ້ອມ​ຫວຽດນາມ​ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ລັດຖະມົນຕີ​ສິ່ງ​​ແວດ​ລ້ອມ​ອາ​ຊຽນ ຄັ້ງ​ທີ 13 (AMME 13), ກອງ​ປະຊຸມ​ລັດຖະມົນຕີ​ສິ່ງ​ແວ​ດລ້ອມ​ອາ​ຊຽນ + 3 ຄັ້ງ​ທີ 14 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວ​ຂ້ອງ, ຈະ​​ດຳ​ເນີນ​​ໃນ​ລະຫວ່າງ​ວັນ​ທີ 26 – 31/10, ຢູ່​ຮ່າ​​ໂນ​້ຍ, ​ເພື່ອ​ແນ​ໃສ່​ທົບ​ທວນຄືນ​ສະພາບ​ການ, ປຶກສາ​ຫາລື​ກ່ຽວ​ກັບ​ບບັນດາ​ເນື້ອ​​ໃນ​ຮ່ວມ​ມື. ພ້ອມທັງ​ສະ​ເໜີ​ແລະ ຍົກ​ອອກ​ມາດ​ຕະການ​ແກ້​ໄຂ​​ເພື່ອ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ອາ​ຊຽນ ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

      ​ໃນ​ຂອບ​ເຂດ​ກອງ​ປະຊຸມ AMME 13, ​ໃນ​ລະຫວ່າງ​ວັນ​ທີ 26 – 31/10, ​ມີ​ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຄື: ກອງ​ປະຊຸມ​ລັດຖະມົນຕີ​ສິ່ງ​ແວ​ດລ້ອມ​ອາ​ຊຽນ + 3 ຄັ້ງ​ທີ 14, ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ກະກຽມ​ໃຫ້​ກອງ​ປະຊຸມ​ລັດຖະມົນຕີ; ກອງ​ປະຊຸມ​ຄະນະ​ກຳມະການ​ປະຕິບັດ​ສັນຍາ​ອາ​ຊຽນ ກ່ຽວ​ກັບ​ມົນ​ລະ​ຜິດ​ຈາກ​ຄວັນ​ລະຫວ່າງ​ຊາຍ​ແດນ​ຄັ້ງ​ທີ 11 (COM 11)… ​ເພື່ອ​ແນ​ໃສ່ກວດກາ​ຜົນ​​ແຫ່ງການ​ປະຕິບັດ​ບັນດາ​ລາຍການ, ​ໂຄງການ​ທີ່​ຂຶ້ນ​ກັບ 10 ຂົງ​ເຂດ​ຮ່ວມ​ມື​ກ່ຽວ​ກັບ​ສິ່ງ​​ແວດ​ລ​້ອມ​ໃນ​ການ​ຮ່ວມ​ມື​ອາ​ຊຽນ, ອາ​ຊຽນ +3.

ຂ່າວ/ບົດ​ອື່ນ