ຫວຽດນາມເປັນເຈົ້າການຮັບມືກັບສະພາບປ່ຽນແປງຂອງດິນຟ້າອາກາດ


ຫວຽດນາມເປັນເຈົ້າການຮັບມືກັບສະພາບປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາກອ​ນ ແລະ ສິ່ງ​ແວດ​ລ້ອມ ເຈີນ​ຮົ່ງ​ຮ່າຕອບ​ຄຳ​ຊັກ​ຖາມ​ບັນ​ດາ​ ສ.ສ.ຊ

(vovworld)- ຕອບ​ຄຳ​ຊັກ​ຖາມ​ບັນ​ດາ​ ສ.ສ.ຊ ໃນ​ວາ​ລະ​ປະ​ຊຸມ​ເມື່ອ​ຕອນ​ບ່າຍ​ວັນ​ທີ 15/11, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາກອ​ນ ແລະ ສິ່ງ​ແວດ​ລ້ອມ ເຈີນ​ຮົ່ງ​ຮ່າ ໃຫ້​ຮູ້​ວ່າ ຫວຽດ​ນາມ​ໄດ້​ມີບັນ​ດາ​ວິທີ​ການ​ແກ້​ໄຂ​ລະ​ອຽດ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່ 3 ເຂດ​ເຊັ່ນ: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ, ເຂດ​ຕອນ​ໃຕ້​ພາກ​ກາງ ແລະ ເຂດ​ໄຕ​ງວຽນ. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາກອ​ນ ແລະ ສິ່ງ​ແວດ​ລ້ອມ ເຈີນ​ຮົ່ງ​ຮ່າ ກ່າວ​ວ່າ : 

“ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ, ພ້ອມ​ກັບ​ແຜນ​ນະ​ໂຍ​ບາຍ​ທີ່​ຈະ​ແຈ​້ງນັ້ນ, ລັດ​ຖະ​ບານ​ໄດ້​ປຸກ​ລະ​ດົມ​ບັນ​ດາ​ປະ​ເທດ​ອື່ນ​ເຂົ້າ​ຮ່ວມ​ການ​ສ້າງ​ແຜນ​ການ​ພັດ​ທະ​ນາ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ, ໃນ​ນັ້ນ, ມີ​ບັນ​ດາ​ການ​ປ່ຽນ​ແປງ​ໂດຍ​ພື້ນ​ຖານ, ພັດ​ທະ​ນາ​ເສດ​ຖະ​ກິດ​ໂດຍ​ອີງ​ໃສ່ 3 ທິດ: ລະ​ບົບ​ຊີ​ວະ​ພາບ​ນ້ຳ​ເຄັມ, ນ້ຳ​ຈືດ. ສຳ​ລັບ ເຂດ​ຕອນ​ໃຕ້​ພາກ​ກາງ, ລັດ​ຖະ​ບານ​ໃຫ້​ບຸ​ລິ​ມະ​ສິດ​ຟື້ນ​ຟູ​ລະ​ບົບ​ຊີວະ​ພາບປ່າ​ຊາຍ​ເລນ, ເອົາ​ໃຈ​ໃສ່​ເຖິງ​ການ​ວາງ​ແຜນ​ຜັງ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ນ້ຳ​ໂດຍ​ຜ່ານ​ການ​ສ້າງ​ໜອງ. ຢູ່​ເຂດ​ໄຕ​ງວຽນ, ພາຍຫຼັງ​ທີ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຕົກ​ລົງ​ປິດ​ປ່າ​ທຳ​ມະ​ຊາດ, ກະ​ຊວງ​ຊັບ​ພະ​ຍາ​ກອນ​ຈະ​ສົມ​ທົບ​ກັບ​ກະ​ຊວງ​ກະ​ສີ​ກຳ​ເອົາ​ໃຈ​ໃສ່​ເຖິງການ​ປູກ​ປ່າ, ຟື້ນ​ຟູ​ປ່າ ແລະ ຂະ​ຫຍາຍ​ເນື້ອ​ທີ່​ປ່າ”

     ເມື່ອ​ເຕື້ອງ​ເຖິງ​ການ​ແກ້​ໄຂ​ສະ​ພາບ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາກອ​ນ ແລະ ສິ່ງ​ແວດ​ລ້ອມ ເຈີນ​ຮົ່ງ​ຮ່າ ໃຫ້​ຮູ້​ວ່າ :

    “ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ກະ​ຊວງ​ຈະ​ນຳ​ສະ​ເໜີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປັບ​ປຸງ​ປະ​ມ​ວນ​ກົດ​ໝາຍວ່າ​ດ້ວຍ​ການ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ອາດ​ຈະ​ດັບ​ແປງ​ບາງ​ຂໍ້​ກຳ​ນົດ​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ. ສຳ​ລັບ​ບັນ​ດາ​ໂຄງ​ການ​ທີ່​ອາດ​ຈ​ະ​ກໍ່​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມນັ້ນ, ກົນ​ໄກ ແລະ ເງື່ອນ​ໄຂ​ຕິດ​ຕາມກວດ​ກາ​ແມ່ນ​ຕ້ອງ​ຕ່າງ​ເກົ່າ. ຕ້ອງ​ເຊີນ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໃນ​ຂົງ​ເຂດ​ຕ່າງໆ​ເຂົ້າ​ຮ່ວມ​ນຳ ”
ຂ່າວ/ບົດ​ອື່ນ