ຫວຽດ​ນາ​ມ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ຕ້ານ ​ເຊື້ອພະ​ຍາດອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອ​ພະ​ຍາດ ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່

(VOVWORLD) -ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກຜົນກະທົບຈາກ ເຊື້ອພະຍາດ ອັກເສບປອດທີ່ເກີດຈາກເຊື້ອພະຍາດ ຈຸລະໂລກສາຍພັນໃໝ່(ໄວລັດ Corona) (nCoV).

ປັດຈຸບັນ, ຢູ່ ຫວຽດນາມ ມີ 5 ຄົນທີ່ຕິດເຊື້ອພະຍາດ ດັ່ງກ່າວ, ປະຈຸບັນພວມໄດ້ຮັບການແຍກຕົວອອກມາ ປິ່ນປົວຢູ່ຕ່າງຫາກຢ່າງເຂັ້ມງວດ. ໃນກອງປະຊຸມກ່ຽວກັບການປ້ອງກັນຕ້ານເຊື້ອພະຍາດອັກເສບປອດ ທີ່ເກີດຈາກເຊື້ອພະຍາດຈຸລະໂລກສາຍພັນໃໝ່ທີ່ຈັດຕັ້ງໃນວັນທີ 30 ມັງກອນ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ບັນດາທ້ອງຖິ່ນ ສ້າງຕັ້ງຄະນະຊີ້ນຳການປ້ອງກັນ, ຕ້ານ ເຊື້ອພະຍາດ nCoV ໂດຍ ມີປະທານຄະນະກຳມະການປະຊາຊົນແຂວງ, ນະຄອນເປັນຫົວໜ້າຄະນະເພື່ອ ເປັນເຈົ້າການຕໍ່ວຽກງານປ້ອງກັນ, ຕ້ານ ເຊື້ອພະຍາດດັ່ງກ່າວ.

ຢູ່ບັນດາທ້ອງຖິ່ນ, ພິເສດແມ່ນບັນດາທ້ອງຖິ່ນທີ່ມີ ຄົນຕິດເຊື້ອພະຍາດ ຈຸລະໂລກສາຍພັນໃໝ່ ແລະ ມີ ຊາວຈີນ ພວມດຳລົງຊີວິດ ແລະ ເຮັດວຽກ ຢູ່ຕາມເຂດອຸດສາຫະກຳເປັນຈຳນວນຫຼາຍນັ້ນກໍ່ໄດ້ຜັນຂະຫຍາຍບັນດາມາດຕະການປ້ອງກັນຕ້ານຄື ແຂວງ ລ້າງເຊີນ, ແທັງຮ໊ວາ, ລາວກາຍ… ກະຊວງສາທາລະນະສຸກ ຫວຽດນາມໄດ້ກ່າວເຕືອນໃຫ້ປະຊາຊົນຈຳກັດການໄປມາຢູ່ເຂດທີ່ມີ ເຊື້ອພະຍາດ ແລະ ສຳຜັດກັບຜູ້ທີ່ມາຈາກເຂດທີ່ເກີດເຊື້ອພະຍາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ