ຫວຽດນາມເປັນເຈົ້າພາບຈັດການເສັງOlympicເຄມີສາກົນຄັ້ງທີ46

ຫວຽດນາມເປັນເຈົ້າພາບຈັດການເສັງOlympicເຄມີສາກົນຄັ້ງທີ46 - ảnh 1
ທ່ານ ຟ້າ​ມຫວູລ້ວນ, ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ
photo:internet


(vovworld)- ການ​ເສັງ Olympic ​ເຄມີ​ສາກົນ ຄັ້ງ​ທີ 46 ຖືກ​​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 21/7 ຢູ່ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ການ​ເສັງ​ປີ​ນີ້​ມີຄະນະ​ນັກຮຽນ​ມາ​ຈາກ ​75  ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, ນອກ​ນັ້ນ ມີ 2 ຄະນະ​ເປັນ​ນັກ​ສັງ​ເກດ​ການ.  ຄະນະ​ນັກຮຽນ​ຫວຽດນາມ ມີ​ສະມາຊິກ 8 ຄົນ, ​ໃນ​ນັ້ນ ນັກຮຽນ 4 ຄົນ. ກ່າວ​ຄຳ​ເຫັນ​​ໄຂ​ພິທີ​,  ທ່ານ ຟ້າ​ມຫວູລ້ວນ, ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ຢືນຢັນ​ວ່າ:

    ນີ້​ແມ່ນ​ຄວາມ​ເປັນ​ກຽດ​ອັນ​ໃຫຍ່​ຫລວງ​ຂອງ​ປະ​ເທດ​ເຈົ້າພາບ​ຫວຽດນາມ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາ​ຄົມ​ເຄມີ ​ແລະ​ເພື່ອນ​ມິດສາ​ກົນ​ສຳລັບຫວຽດນາມ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ບັນດາ​ຄວາ​ມມານະ​ພະຍາຍາມ​ຂອງ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ກໍ​ຄື​ຄະນະ​ຈັດ​ຕັ້ງ, ບັນດາ​ນັກຮຽນ​ຈະ​ມີ​ເງື່ອນ​ໄຂ​ດີ​ສຸດ ​ແລະ ຍຸຕິ​ທຳ​ ເພື່ອ​ແຂ່ງຂັນ, ນຳ​ມາ​ເຊິ່ງຜົນງານ​ດີ​ເລີດ​ໃຫ້​ແກ່​ບ້ານ​ເກີດ​ເມື​ອງນອນ ພ້ອມ​ທັງ​ຮຽນ​ເອົາ​ບົດຮຽນ​ເຊິ່ງກັນ ​ແລະ ກັນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂະ​ແຫນງ​ເຄມີ​ສາດ​ໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ.”

ຂ່າວ/ບົດ​ອື່ນ