ຫວຽດນາມເປັນເຈົ້າພາບຈັດການແຂ່ງຂັນເຕະບານU16ອາຊີຕາເວັນອອກສ່ຽງໃຕ້2016

ຫວຽດນາມເປັນເຈົ້າພາບຈັດການແຂ່ງຂັນເຕະບານU16ອາຊີຕາເວັນອອກສ່ຽງໃຕ້2016 - ảnh 1
(ພາບປະກອບ)

(vovworld) – ທີ່​ການ​ປະຊຸມ​ຂ່າວ​ເຊິ່ງຫາ​ກໍ​ດຳ​ເນີນ​ຢູ່​ມາ​ເລ​ເຊຍ, ສະຫະພັນ​ບານ​​ເຕະ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ​້ (AFF) ​ໄດ້​ເຫັນ​ດີ​ມອບ​ສິດ​ເປັນ​ເຈ​ົ້າພາບ​ຈັດຕັ້ງ​ການ​ແຂ່ງ​ຂັນ​​ເຕະບານ​ U 16 ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້ ​ໃຫ້ຫວຽດນາມ. ການ​ແຂ່ງ​ຂັນ Futsal ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້, ການ​ແຂ່ງຂັນ​ເຕະ​ບານ​ຢູ່​ຫາດ​ຊາຍທະ​ເລ ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້ ​ແລະ ການ​ແຂ່ງ​ຂັນ U19 ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້ ​ມີ​​ແຜນການ​ຈະ​ຈັດ​ຕັ້ງ​​ໃນ​ຊ່ວງ​ທ້າຍ​ປີ 2016. ​ໃນ​ນັ້ນ, ຫວຽດນາມ ​ແມ່ນ​ປະ​ເທດ​ພວມ​ໄດ້​ຮັບ​ບຸລິມະ​ສ​ິດ​ເພື່ອ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ການ​ແຂ່ງ​ຂັນ​​ເຕະບານຢູ່​ຫາດ​ຊາຍ​ທະ​ເລອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້ 2016.

ຂ່າວ/ບົດ​ອື່ນ