ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມກ່ຽວກັບການຕ້ານການຄ້າຂາຍສັດປ່າ

ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມກ່ຽວກັບການຕ້ານການຄ້າຂາຍສັດປ່າ - ảnh 1
ດອກ​ກ້ວຍ​ໄມ້​ຊະ​ນິດ​ຫາ​ຍາ​ກ​ຢູ່ ຫວຽດ​ນາມ
(ພາບ​ປະ​ກອບ)

Vovworld - ​ໃນ​ຂ​ອບ​ເຂດ​ບັນ​ດາ​ກອງ​ປະ​ຊຸມ​​ເປັນທາງ​ການ ແລະ ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່ນອກກອງ​ປະ​ຊຸມ​ຄັ້ງ​ທີ 66 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສົ​ນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ການ​ຄ້າ​ຂາຍ​​ພຶກ​ສາ​ຊາດ ແລະ ສັດ​ປ່າ (CITES), ຖືກ​ຈັດ​ຕັ້ງ​ແຕ່​ວັນ​ທີ 11 – 15/1, ຢູ່​ເຊີ​ແນວ, ປະ​ເທດ ສະ​ວິດ, ຫວຽດ​ນາມ ໄດ້​ປະ​ກ​າດ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ກ່ຽວ​ກັບ​ການ​ຄ້າ​ຂາຍພຶກ​ສາ​ຊາດ ແລະ ​ສັດ​ປ່າ​ຢ່າງ​ຜິ​ດກ​ົດ​ໝາຍ (IWTC) ຢູ່ ຮ່າ​ໂນ້ຍ ໃນ​ເດືອນ 11 ຈະ​ມາ​ເຖິງ. ທ່ານ​ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ປ່າ​ໄມ້ ຫງວຽນ​ບ່າ​ຫງາຍ,​ ຜູ້​ຕາງ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢັ້ງ​ຢືນວ່າ: ເລືຶ່ອງ​ເປ​ັນ​ເຈົ້າ​ພາບ​ຈັດ​ຕັ້ງ IWTC ສະ​ແ​ດງ​ໃຫ້​ເຫັນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມອັນ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ທີ່​ມີ​ຕໍ່​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ແລະ ໜ້າ​ທີ່​ສາ​ກົນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ທົ່ວ​ໂລກ. ຫວຽດ​ນາມ ຈະ​ສ​ືບ​ຕໍ່​ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ນຳ​ໜ້າ​ໃນ​ພາກ​ພື້ນ​ກໍ​ຄື​ປະ​ຊາ​ຄົມ​ໂລກ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ຂາຍ​ພຶກ​ສາ​ຊາດ ແລະ ​ສັດ​ປ່າ​ຢ່າ​ງ​ຜິດ​ກົດ​ໝາຍ.


ຂ່າວ/ບົດ​ອື່ນ