ຫວຽດ​ນາມ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມສະມັດຊາໃຫຍ່ ​ສັນ​ຕິ​ພາບ​ໂລກ ຄັ້ງ​ທີ 22

(VOVWORLD) - ກອງປະຊຸມສະມັດຊາໃຫຍ່ ສັນຕິພາບ ໂລກຄັ້ງທີ 22 ຈະດຳເນີນຢູ່ນະຄອນຫຼວງຮ່າໂນ້ຍ ແລະແຂວງກວາງນິງ ຫວຽດນາມ ໃນລະຫວ່າງວັນທີ 21 – 26 ພະຈິກ, ໃນນັ້ນພິທີໄຂຈະດຳເນີນໃນຕອນບ່າຍວັນທີ 22 ພະຈິກ ຢູ່ຮ່າໂນ້ຍ.

ຫວຽດ​ນາມ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມສະມັດຊາໃຫຍ່ ​ສັນ​ຕິ​ພາບ​ໂລກ ຄັ້ງ​ທີ 22 - ảnh 1ທ່ານຟານແອັງເຊີນ, ຮອງປະທານ - ເລຂາທິຫານໃຫຍ່ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງກອງປະຊຸມສະມັດຊາໃຫຍ່ ສັນຕິພາບ ໂລກ ຄັ້ງທີ 22

ກອງປະຊຸມດັ່ງກ່າວມີການເຂົ້າຮ່ວມຂອງການນຳຂັ້ນສູງພັກ ແລະ ລັດຫວຽດນາມ, ການນຳບັນດາກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ຄະນະກຳມະການສັນຕິພາບ ຫວຽດນາມ. ທີ່ກອງປະຊຸມ ບັນດາຜູ້ແທນ ຫວຽດນາມ ແລະ ໂລກ ຈະປຶກສາຫາລື, ຕີລາຄາສະພາບການສັນຕິພາບ, ຄວາມໝັ້ນຄົງໃນໂລກ, ພິເສດແມ່ນບັນດາການຜັນແປໃໝ່ໃນບັນຫາຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່, ກໍ່ຄືບັນດາບັນຫາໃໝ່ກ່ຽວກັບສິ່ງທ້າທາຍຕໍ່ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃນທົ່ວໂລກ. ທ່ານຟານແອັງເຊີນ, ຮອງປະທານ - ເລຂາທິຫານໃຫຍ່ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງກອງປະຊຸມສະມັດຊາໃຫຍ່ ສັນຕິພາບ ໂລກ ຄັ້ງທີ 22, ກ່າວຄຳເຫັນຕໍ່ນັກຂ່າວໃນຕອນເຊົ້າວັນທີ 18 ພະຈິກວ່າ:

ການຈັດຕັ້ງກອງປະຊຸມແມ່ນໂອກາດເພື່ອໃຫ້ ຫວຽດນາມ ສະແດງຄວາມຮູ້ບຸນຄຸນຕໍ່ເພື່ອນມິດສາກົນ, ບັນດາອົງການຈັດຕັ້ງສາກົນ, ຂະບວນການສັນຕິພາບ… ບັນດາຜູ້ທີ່ໄດ້ສະໜັບສະໜູນ ຫວຽດນາມ ໃນການຕໍ່ສູ້ ຕ້ານລ່າເມືອງຂຶ້ນຝລັ່ງ ແລະ ຈັດກະພັດອາເມລິກາ  ຂອງສະຕະວັດທີ 20 ເພື່ອຍາດເອົາເອກະລາດແຫ່ງຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ. ກອງປະຊຸມກໍ່ແມ່ນໂອກາດເພື່ອແນະນຳໃຫ້ເພື່ອນມິດສາກົນ ກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ, ຂະບວນວິວັດການ 35 ປີແຫ່ງການປ່ຽນແປງໃໝ່ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ