ຫວຽດນາມເປັນເຈົ້າພາບຈັດຕັ້ງການແຂ່ງຂັນຊິງຊະນະເລີດfutsalອາຊີຕາເວັນອອກສ່ຽງໃຕ້2017

ຫວຽດນາມເປັນເຈົ້າພາບຈັດຕັ້ງການແຂ່ງຂັນຊິງຊະນະເລີດfutsalອາຊີຕາເວັນອອກສ່ຽງໃຕ້2017 - ảnh 1
ຫວຽດນາມເປັນເຈົ້າພາບຈັດຕັ້ງການແຂ່ງຂັນ
ຊິງຊະນະເລີດfutsalອາຊີຕາເວັນອອກສ່ຽງໃຕ້2017
(ພາບ​ອິນ​ເຕີ​ແນັດ)

(vovworld)- ສະ​ຫະ​ພັນ​ບານ​ເຕະ​ອາ​ຊີ​ຕາ​ເວັນ​ອອກ​​ສ່ຽງ​ໃຕ້ (AFF) ​ໄດ້​ປະກາດ​​ຢ່າງ​ເປັນ​ທາງ​ການ​ເລື່ອງມອບສິດ ໃຫ້​ຫວຽດ​ນາມ ​ເປັນ​ເຈົ້າ​ພາບຈັດ​ຕັ້ງ 1 ໃນ 2 ການ​ແຂ່ງ​ຂັນ​ຊິງ​ຊະ​ນະ​ເລີດ futsal ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ໃນ ປີ 2017. ຕາມ AFF ແລ້ວ, ການ​ແຂ່ງ​ຂັນ​​ຄັ້ງທຳ​ອິດ, ຍັງ​ບໍ່​ທັນ​ໄດ້​ກຳ​ນົດ​ສະ​ຖານ​ທີ່​ຈັດ​ຕັ້ງ​ເທື່ອ, ເຊິ່ງຈະ​ດຳ​ເນີນ ໃນ ເດືອນ 1 ປີ 2017, ເພື່ອ​ປ່ຽນ​ແທນ​ໃຫ້ການ​ແຂ່ງ​ຂັນ​ຊິງ​ຊະ​ນະ​ເລີດ futsal ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2016, ​ທີ່ຖືກ​ຍົກ​ເລີກ ​ບໍ່​ສາ​ມາດ​ຊອກ​ໄດ້ປະ​ເທດ​ທີ່​ເໝາະ​ສົມ ເພື່ອ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ. ໃນ​ຂະ​ນະນັ້ນ, ການ​ແຂ່ງ​ຂັນ​ ຄັ້ງ​ທີ 2 ຈະ​​ຖືກຈັດຕັ້ງ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ໃນ​ເດືອນ 11 ປີ 2017 ຖືກຕາມ​​ຕາ​ຕະ​ລາງ​ປະ​ຈຳ​ປີ. ການ​ແຂ່ງ​ຂັນ ຢູ່​ຫວຽດ​ນາມ ກໍ່​​ໄດ້​ຮັບ​ຖື​ວ່າ​ແມ່ນຮອບ​ຄັດ​ເລືອກ ໃຫ້​ແກ່​ການ​ແຂ່ງ​ຂັນ​ຊິງ​ຊະ​ນະ​ເລີດ futsal ອາ​ຊຽນ ປີ 2018. ການ​ແຂ່ງ​ຂັນ futsal ຊິງ​ຊະ​ນະ​ເລີດ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ປີ 2016 ​ໄດ້​ສ້າງ​ແຜນຈັດ​ຕັ້ງ​ ​ໃນລະ​ຫວ່າງ ວັນ​ທີ 31/10-8/11 ຢູ່​ໄທ ແຕ່​ຍ້ອນ ເຈົ້າ​ຊີ​ວິດ Bhumiphol Aduyadej ສະ​ຫວັນ​ນະ​ຄົດ ເຮັດ​ໃຫ້​ໄທ ຕົກ​ລົງ ບໍ່​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ອີກ, ເຮັດ​ໃຫ້ AFF ຕ້ອງ​ຍົກ​ເລີກ​ການ​ແຂ່ງ​ຂັນ​ຊິງ​ຊະ​ນະ​ເລີດ futsal ອາ​ຊີ​ຕາ​ເວັນ​ອອກ​​ສ່ຽງ​ໃຕ້ 2016.

ຂ່າວ/ບົດ​ອື່ນ