ຫວຽດນາມເພີ່ມທະວີການຄວບຄຸມເຊື້ອພະຍາດMERSຢູ່ດ່ານຊາຍແດນ,ທ່າອາກາດສະຍານ

ຫວຽດນາມເພີ່ມທະວີການຄວບຄຸມເຊື້ອພະຍາດMERSຢູ່ດ່ານຊາຍແດນ,ທ່າອາກາດສະຍານ - ảnh 1
 ​ປ້ອງ​ກັນ, ຄວບ​ຄຸມ​ເຊື້ອ​ພະ​ຍາດ MERS
ພາບ:


 (vovworld)- ​ຕໍ່​ຫນ້າ​ສະ​ພາບ​​ເຊື້ອ​ພະ​ຍາດ MERS ເກີດ​ຂຶ້ນ​ຢູ່​ສອງ​ປະ​ເທດ ອາ​ຊີ ນັ້ນ​ແມ່ນ: ສ​ເກົາ​ຫລີ ແລະ ຈີນ, ນະ​ຄອນ​ໂຮ່​ຈິ​ມີນ ກຽມ​ພ້ອມ​ເພື່ອ​ກວດ​ກາ​ຜູ້​ໂດຍ​ສານ​ໃນ​ບັນ​ດາ​ຖ້ຽວ​ບິນ​ມາ​ຈາກ 2 ປະ​ເທດ​ດັ່ງ​ກ່າວ. ສູນກວດ​ກາ​ໂລກ​ລະ​ບາດ​ການ​ແພດ​ສາ​ກົນ ນະ​ຄອນ​ໂຮ່​ຈິ​ມີນ ໄດ້​ພິມ​ໃບ​ແຈ້ງ​ອາ​ການ​ສຸ​ຂະ​ພາບ 50.000 ໃບ​ເພື່ອ​ນຳ​ໃຊ້​​ສຳ​ລັບບັນ​ດາ​ຜູ້ໂດຍ​ສານ​ມາ​ຈາກ ສ​ເກົາ​ຫລີ. ສູນ​ດັ່ງ​ກ່າວ​ກໍ​ກະ​ກຽມ​ບຸກ​ຄະ​ລາ​ກອນ, ເພີ່ມ​ທະ​ວີ​ເຄື່ອງວັດ​​ອຸນ​ຫະ​ພູມ​ຮ່າງ​ກາຍ ແລະ ມີ​ເຄ​ມີ​ທຳ​ລາຍ​ເຊື້ອ​ໂລກ​ຢູ່​ເທິງ​ເຮືອ​ບິນ​ຕາມ​ມາດ​ຕະ​ຖານ​ສາ​ກົນ.

ຢູ່​ແຂວງ ກວ໋າງ​ຫງາຍ, ພະ​ແນກ​ສາ​ທາ​ລະ​ນະ​ສຸກ ແຂວງ ໄດ້​ຊີ້​ນຳ​ສູນ​ການ​ແພດ​ປ້ອງ​ກັນ ແຂວງ ກຽມ​ພ້ອມ​ຕ້ານ​ ເຊື້ອ​ພະ​ຍາດ MERS ຊື່ງ​ຄາດ​ວ່າມີ​ໄພ​ແຊກ​ຊືມ​ຜ່ານ​ທ່າ​ກຳ​ປັ່ນ​ທະ​ເລ ຢູງກວດ ແລະ ຊາ​ກີ. ທ່ານ ຫງວຽນ​ວັນ​ຮ່​ວາງ, ພະ​ແນກກວດ​ກາ​ໂລກ​ລະ​ບາດການ​ແພດ​ຊາຍ​ແດນ, ສູນ​ການ​ແພດ​ປ້ອງ​ກັນ ແຂວງ ກວ໋າງ​ຫງາຍ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ເພີ່ມ​ທະ​ວີ​ການກວດ​ກາ​ໂລກ​ລະ​ບາດ​ລູກ​ເຮືອ​ທັງ​ໝົດ​ທີ່​ມາ​ຈາກບັນ​ດາ​ປະ​ເທດ, ພິ​ເສດ ແມ່ນ ສ​ເກົາ​ຫລີ ແລະ ຕາ​ເວັນ​ອອກ​ກາງ ເພື່ອ​ຄົ້ນ​ພົບ​ບັນ​ດາ​ກໍ​ລະ​ນີ​​ສ​ົງ​ໃສວ່າ​ຖືກຕິດ​ພະ​ຍາດຢ່າງ​ເປັນ​ທາງ​ການ. ຖ້າ​ຫາກ​ພົບ​ເຫັນ​ພະ​ຍາດ MERS  ພວກ​ຂ້າ​ພະ​ເຈົ້າ​ຈະ​ແຍກ​ຕົວ​ ແລະ ປິ່ນ​ປົວ​ຢ່າງ​ທັນ​ທີ.”

ຂ່າວ/ບົດ​ອື່ນ