ຫວຽດນາມເພີ່ມທະວີການພົວພັນຮ່ວມມືມິດຕະພາບກັບຈີນ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິງ ໄດ້ໄປຢ້ຽມຢາມເຂດປົກຄອງດ້ວຍຕົນເອງເຜົ່າຈວາງ ແຂວງກວາງສີ ແລະ ເຂົ້າຮ່ວມງານຕະຫຼາດນັດ, ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນຈີນ-ອາຊຽນຄັ້ງທີ 14 ຕາມຄຳເຊີນຂອງລັດຖະບານຈີນ
ຫວຽດນາມເພີ່ມທະວີການພົວພັນຮ່ວມມືມິດຕະພາບກັບຈີນ - ảnh 1 ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິງ ແລະ ທ່ານຮອງນາຍົກລັດຖະມົນຕີຈີນ ຢາງກາວລີ

ຕອນບ່າຍວັນທີ 11 ກັນຍາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິງ ໄດ້ມີການພົບປະກັບ ທ່ານຮອງນາຍົກລັດຖະມົນຕີຈີນ ຢາງກາວລີ. ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິງຢືນຢັນວ່າ ພັກ ແລະ ລັດຖະບານຫວຽດນາມຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືມິດຕະພາບກັບຈີນ ແລະ ຖືວ່າ ນີ້ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິງ ສະເໜີ 2 ຝ່າຍສືບຕໍ່ຜັນຂະຫຍາຍບັນດາການຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດບັນລຸໄດ້, ສົມທົບກັນກະກຽມບັນດາການຢ້ຽມຢາມຂັ້ນສູງລະຫວ່າງ 2 ປະເທດ, ພິເສດແມ່ນການມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ Apec 2017 ໃນເດືອນພະຈິກຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີນຜິງ.

     ສ່ວນທ່ານຮອງນາຍົກລັດຖະມົນຕີຈີນ ຢາງກາວລີ ຢືນຢັນວ່າ ພັກ ແລະ ລັດຖະບານຈີນ ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືມິດຕະພາບກັບຫວຽດນາມ, ສືບຕໍ່ດຳເນີນການຢ້ຽມຢາມຂັ້ນສູງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ