ຫວຽດນາມເພີ່ມທະວີການຮ່ວມມືປ້ອງກັນຊາດກັບອາເມລິກາແລະອິນເດຍ

ຫວຽດນາມເພີ່ມທະວີການຮ່ວມມືປ້ອງກັນຊາດກັບອາເມລິກາແລະອິນເດຍ - ảnh 1
ພົນ​ໂທ ຫງວຽນ​ຈີ​ຫວີ້​ງ
ພາບ:internet


(vovworld)- ຕອນ​ບ່າຍ​ວັນ​ທີ 29/ ຢູ່​ນອກ​ກອງ​ປະຊຸມ​ບັນດາ​ເຈົ້າ​ຫນ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂັ້ນ​ສູງ ອາ​ຊຽນ ​ເປີດ​ກວ້າງ ຢູ່ ມຽນມາ (ADSOM+), ພົນ​ໂທ ຫງວຽນ​ຈີ​ຫວີ້​ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ຄະນະ​ຜູ້​ແທນ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​ແລະ ອິນ​ເດຍ. ທີ່​ການ​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ປ້ອງ​ກັນປະ​ເທດ ອິນ​ເດຍ, ພົນ​ໂທ​ຫງວຽນ​ຈີ​ຫວິ້ງ ຢືນຢັນ: ພັກ ​ແລະ ລັດ​ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ອິນ​ເດຍ.  ກ່າວ​ຄຳ​ເຫັນທີ່​ການ​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ປ້ອງກັນ​ປະ​ເທດ ຫວຽດນາມ, ທ່ານ Robert Neberry, ຮອງ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ​ຫວຽດນາມ ​ໃນ​ຂອບ​ເຂດ ADMM+ ​ແລະ ຖື​ວ່າ: ຂອບ​ເຂດ​ການ​ຮ່ວມ​ມື​ນີ້​ແມ່ນ​ມີ​ປະສິດທິຜົນ ​ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທຸກ​ຝ່າຍ.

ຂ່າວ/ບົດ​ອື່ນ