ຫວຽດນາມ-ເຢຍລະມັນຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດ2ປະເທດ

ຫວຽດນາມ-ເຢຍລະມັນຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດ2ປະເທດ - ảnh 1
ທ່ານ ຮອງ​ນາຍົກ​ລັດຖະມົນຕີ  ຟ້າ​ມບິ່ງ​ມິ​ງ ​ຕ້ອນຮັບ​ທ່ານ Volker Kauder
(ພາບ: VGP)

(vovworld) –​​ ຕອນ​ບ່າຍ​ວັນ​ທີ 24/8, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ ຮອງ​ນາຍົກ​ລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Volker Kauder ປະທານ​ຄະນະ​ສະມາຊິກລັດຖະສະພາ​ພັນທະ​ມິດປະຊາ​ທິປະ​ໄຕ/ສັງຄົມ​ກາ​ໂຕ​ລິກ (CDU/CSU) ຢູ່​ສະພາ​ແຫ່ງ​ຊາດ ​ເຢຍລະ​ມັນ. ທີ່​ການ​ຕ້ອນຮັບ, ທ່ານຮອງ​ນາຍົກ​ລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ການພັດທະນາ​ການ​ພົວພັນ​ກັບ ​ເຢຍລະ​ມັນ, ​ເຊິ່ງ​ແມ່ນປະ​ເທດ​ທີ່​ມີ​ບົດບາດ​ສຳຄັນ​ຢູ່ ​ເອີຣົບ ​ແລະ ​ໃນ​ໂລກ. ທ່ານ​ປະທານ​ຄະນະ​ສະມາຊິກ​ລັດຖະສະພາ​ພັນທະ​ມິດ CDU/CSU ຢູ່​ສະພາ​ແຫ່ງ​ຊາດ ​ເຢຍລະ​ມັນ Volker Kauder ຢືນຢັນ​ວ່າ: ສະພາ​​ແຫ່ງ​ຊາດ ​ເຢຍລະ​ມັນ ຍາມ​ໃດ​ກໍ​ສະໜັບສະໜູນ ​ແລະ ມານະ​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ປະ​ໂຫຍ​ດລະຫວ່າງ 2 ປະ​ເທດ. 2 ຝ່າຍ​ຊົມ​ເຊີຍ​ເລື່ອງ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽ​ດນາມ ​ແລະ ອີ​ຢູ ​ໃກ້​ຈະ​ໄດ້ຮັບ​ການ​ລົງ​ນາມ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ຊຸກຍູ້​ບັນດາ​ອົງການ, ວິ​ສາ​ຫະກິດ 2 ປະ​ເທດ ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ 2 ຝ່າຍ, ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​​ເຢຍລະ​ມັນ ​ໃຫ້ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ ​ແລະ ​ແທ້​ຈິງ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານ Volker Kauder ກໍ​ໄດ້​ແລກປ່ຽນກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ