ຫວຽດນາມເລື່ອນ19ຂັ້ນໃນຕາຕະລາງດັດຊະນີປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງທົ່ວໂລກ

ຫວຽດນາມເລື່ອນ19ຂັ້ນໃນຕາຕະລາງດັດຊະນີປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງທົ່ວໂລກ - ảnh 1
(ການ​ປະຊຸມ​ຂ່າວ​ນັດ​ສາມັນ​
ກະຊວງ​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຊີ​ຫວຽດນາມ)


(vovworld) – ຫວຽດນາມ​ ​ໄດ​້​ເລື່ອນ 19 ຂັ້ນ​ໃນ​ຕາຕະລາງຈັດ​ອັນ​ດັບດັດຊະນີປ່ຽນ​​ໃໝ່​ຢ່າງມີ​ຫົວຄິດ​ປະດິດສ້າງທົ່ວ​​ໂລກ. ສິ່ງ​ດັ່ງກ່າວ​ໂດຍກະຊວງ​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຊີ​ຫວຽດນາມ ປະກາດ​ໃນ​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ງວດ​ທີ 3, ​ໃນ​ຕອນ​ເຊົ້າ​ວັນ​ທີ 29/09, ຢູ່​ຮ່າ​ໂນ້ຍ. ຫວຽດນາມ ​ໄດ້​ເລື່ອນ 19 ຂັ້ນ​ໃນ​ຕາຕະລາງຈັດ​ອັນ​ດັບ, ຢືນ​ອັນ​ດັບ​ທີ 52 ​ໃນ​ຈຳນວນ 141 ພື້ນຖານ​ເສດຖະກິດ, ​ໃນ​ຕາຕະລາງ​ຈັດອັນ​ດັບດັດຊະນີປ່ຽນ​​ໃໝ່​ຢ່າງມີ​ຫົວຄິດ​ປະດິດສ້າງທົ່ວ​​ໂລກປີ 2015 ຂອງ​ອົງການ​ຊັບ​ສິນ​ທາງ​ປັດ​ຍາ​ໂລກ. ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ​້, ຫວຽດນາມ ຢືນ​ອັນ​ດັບ​ທີ 3, ​ຖັດຈາກ ສິງ​ຄະ​​ໂປ ​ແລະ ມາ​ເລ​ເຊຍ (ປີ 2014, ຫວຽດນາມ ຢືນ​ອັນ​ດັບ​ທີ​ 71 ​​ໃນ​ຕາຕະລາງ​ດັ່ງກ່າວ).

        ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຊີ ຟ້າ​ມກົງ​ຕາກ, ​ໃຫ້​ຂໍ້​ສັງ​ເກດ​ວ່າ, ນີ້​ແມ່ນ​ຜົນງານ​ເບືອ​ງຕົ້ນ​ຂອງ​ບັນດາ​ການ​ປ່ຽນ​ໃໝ່ຢ່າງ​ຕັ້ງ​ໜ້າໃນ​ກົນ​ໄກຄຸ້ມ​ຄອງ ​ແລະ ​ເຄື່ອນ​ໄຫວ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ບັນດາ​ຂົງ​ເຂດ​ອື່ນໆ ​ໃນ​​ໄລຍະ​ຜ່ານ​ມາ. ທ່ານ ຟ້າ​ມກົງ​ຕາກ ​ໃຫ້​ຮູ​້ວ່າ.

        “​ເມື່ອ​ຫວຽດນາມ​ ເລື່ອນ 19 ຂັ້ນ​ໃນ​ຕາຕະລາງຈັດ​ອັນ​ດັບດັດຊະນີປ່ຽນ​​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດສ້າງທົ່ວ​​ໂລກ, ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ຢ່າງ​ໃຫຍ່​ຫຼວງ​ຈາກຫຼາຍ​ຝ່າຍ, ຈາກ​ອົງການ​ຄຸ້ມ​ຄອງ, ວິ​ສາ​ຫະກິດ… ກະຊວງ​ວິ​ທະ​ສາຍາ​ດ ​ແລະ ​ເຕັກ​ໂນ​ໂລ​ຊີ ຈະ​ພິຈາລະຈາ​ບັນດາ​ຄາດໝາຍ​ທີ່​ຍັງ​ຈຳກັດ, ຄົງຄ້າງ ​ເພື່ອ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ. ບັນດາ​ສິ່ງ​ຈຳກັດ​ນີ້ ກ່ຽວ​ຂ້ອງ​ເຖິງ​ລະບຽບ​ການ​ບໍລິຫານ, ບັນດາ​ເອກ​ະສານ​ດ້ານ​ກົດໝາຍ, ກ່ຽວ​ຂ້​ອງ​ເຖິງ​ບັນດາ​ກະຊວງ, ຂະ​ແໜງ​ການ​ອື່ນໆ ​ແລະ ວິ​ສາ​ຫະກິດ​ກໍຕ້ອງ​ທີ​ຄວາມມານະ​ພະຍາຍາມກວ່າ​ອີກ”

ຂ່າວ/ບົດ​ອື່ນ