ຫວຽດນາມເສີມຂະຫຍາຍທ່າແຮງຂອງການຕ່າງປະເທດຫຼາຍຝ່າຍ

ຫວຽດນາມເສີມຂະຫຍາຍທ່າແຮງຂອງການຕ່າງປະເທດຫຼາຍຝ່າຍ - ảnh 1
 ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ

(vovworld) – ກອງ​ປະຊຸມ​ການ​ຕ່າງປະ​ເທດຫຼາຍ​ຝ່າຍ​ສັດຕະວັດ​ທີ 21 ​ແລະ ນຳ​ສະ​ເໜີ​ນະ​ໂຍບາຍສຳລັບ ຫວຽດນາມ ​ໄດ້ສິ້ນ​ສຸດ​ໃນ​ຕອນ​ບ່າຍ​ວັນ​ທີ 12/8. ນີ້​ແມ່ນ​ກອງ​ປະຊຸມທົ່ວ​ປະ​ເທດຄັ້ງ​ທຳ​ອິດ​ທີ່​ມີ​ຂອບ​ຂະໜາດ​ທົ່ວ​ປະ​ເທດ​​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ, ພາກສ່ວນ​ສຳຄັນ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ, ພ້ອມ​ທັງ​ກໍ່​ແມ່ນ​ທ່າ​ອ່ຽງພົ້ນ​ເດັ່ນ​ຂອງ​ການ​ພົວພັນ​ສາກົນ​ໃນ​ສັດຕະວັດ​ທີ 21. ທີ່​ວາລະ​ປຶ​ກສາ​ຫາລື​ຕ່າງໆ, ບັນດາ​ຜູ້​ແທນ​ສາກົນ​ແບ່ງປັນ​ບົດຮຽນ​ລ້ຳ​ຄ່າ​ກ່ຽວ​ກັບ​ການ​ຕ່າງປະ​ເທດຫຼາຍ​ຝ່າຍ. ​ເນື້ອ​ໃນ​ປຶກສາ​ຫາລື​ສຸມ​ໃສ່​ໄຈ້​ແຍກ​ບັນດາ​ທ່າ​ອ່ຽງ​ໃຫຍ່​ຂອງ​ການ​ຕ່າງປະ​ເທດຫຼາຍ​ຝ່າຍ​ສັດຕະວັດ​ທີ 21, ຜົນງານ ​ແລະ ບົດຮຽນ​ຂອງ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ ຫວຽດນາມ ​ໃນ​ໄລຍະ​ໃໝ່, ບັນດາ​ຄຳ​ຮຽກຮ້ອງ​ໃໝ່​ສຳລັບ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ ຫວຽດນາມ ​ແລະ ອາ​ຊຽນ.​​.​..​ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ສະ​ເໜີ​ໃຫ້​ບັນດາ, ກະຊວງ, ຂະ​ແໜງ​ການ​ຕ່າງໆສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ກ່າວ​ວ່າ:

    “ບັນດາ​ລະບອບ, ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​​ແມ່ນ​ມີທີ່​ຕັ້ງ​ບົດບາດສຳຄັນ​​ກ່ວາໃນ​ຊີວິດ​ສາກົນ. ທຸກໆ​ປະ​ເທດ, ທັງ​ໃຫຍ່, ກາງ ​ແລະ ນ້ອຍ​ລ້ວນ​ແຕ່​ປັບປຸງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຕາມ​ທິດ​ຖື​ເປັນ​ສຳຄັນ​ກ່ວາ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ, ​ເພີ່ມ​ເຕີມ​ປະສິດທິ​ຜົນ​ບັນດາ​ມາດ​ຕະການ​ຫຼາຍ​ຝ່າຍ. ພວກ​ເຮົາ​ເຫັນ​ແຈ້ງ​ບົດບາດ, ຜົນ​ສະທ້ອນ​ຂອງ​ບັນດາ​ລະບຽບ​ການ​ຫຼາຍ​ຝ່າຍ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີ​ວິດ​ການ​ເປັນ​ຢູ່ ​ແລະ ຢູ່​ທຸກ​ພາກ​ພື້ນ. ດ້ວຍ​ບົດຮຽນ​ຂອງ​ເພື່ອນ​ມິດສາ​ກົນ ​ແລະ ພຶດຕິ​ກຳ​ແຫ່ງ​ການ​ຜັນ​ຂະ​ຫຍາ​ຍການ​ຕ່າງປະ​ເທດຫຼາຍ​ຝ່າຍ ປະ​ເທດ​ເຮົາ​ໃນ​ເກືອບ 30 ປີ​​ແຫ່ງ​ການ​ປ່ຽນ​ໃໝ່, ພວ​ກ​ເຮົາ​ຮັບ​ຮູ້​ບັນດາ​ບົດຮຽນ​ໃຫຍ່​ເພື່ອ​​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ.”


ຂ່າວ/ບົດ​ອື່ນ