ຫວຽດນາມເອົາຊະນະໃນນັດແຂ່ງຂັນບານເຕະທຳທິດຢູ່ Asiad 2018

(VOVWORLD) -ຕອນບ່າຍວັນທີ 14 ສິງຫາ, ທິມບານເຕະ U23 ຫວຽດນາມ ເອົາຊະນະ 3 – 0 ຕໍ່ທິມບານເຕະ U23 ປາກິດສະຖານ, ໃນນັດແຂ່ງຂັນບານເຕະທຳອິດຂອງຫວຽດນາມ ຢູ່ Asiad 2018.

ຫວຽດນາມເອົາຊະນະໃນນັດແຂ່ງຂັນບານເຕະທຳທິດຢູ່ Asiad 2018 - ảnh 1

 ທິມບານເຕະ U23 ຫວຽດນາມ ເອົາຊະນະ 3 – 0 ຕໍ່ທິມບານເຕະ U23 ປາກິດສະຖານ

(ພາບ: thethao.thanhnien.vn)

ທີ່ກອງປະຊຸມຂ່າວພາຍຫຼັງການແຂ່ງຂັນ, ຕີລາຄາກ່ຽວກັບນັດບານເຕະລະຫວ່າງU23 ຫວຽດນາມ - U23 ປາກິດສະຖານ, ຄູ່ຝຶກທິມບານເຕະຫວຽດນາມ Park Hang Seo ໃຫ້ຮູ້ວ່າ: ຍ້ອນນີ້ແມ່ນນັດແຂ່ງຂັນທຳອິດຂອງທິມບານເຕະຫວຽດນາມ ສະນັ້ນທຸກສິ່ງບໍ່ແມ່ນເລື່ອງງ່າຍ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ມີຄວາມເພິງພໍໃຈຍ້ອນບັນດານັກກິລາບານເຕະໄດ້ມານະພະຍາຍາມເພື່ອຍາດເອົາໄຊຊະນະ.

        ແລະກໍ່ໃນຕອນບ່າຍວັນທີ 14 ສິງຫາ, ຄະນະນັກກິລາຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Soekarno Hatta, ປະເທດອິນໂດເນເຊຍ ເພື່ອເຂົ້າຮ່ວມ ASIAD 18. ຄະນະນັກກິລາຫວຽດນາມ ໄດ້ວາງຄາດໝາຍຄວ້າໄດ້ ຫຼຽນຄຳ 1 ຫຼຽນແມ່ນປະເພດກິລາ Olympic ແລະ ຄາດໝາຍລວມແມ່ນຄວ້າໄດ້ຫຼຽນຄຳ 3 ຫຼຽນຂຶ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ