ຫວຽດ​ນາມ​ແກ້​ໄຂ​ຜົ​ນ​ຮ້າຍ​ຢ້ອນຫຼັງ​​​ຈາກ​ລູກ​ລະ​ເບີດ​ຍັ​ງ​ບໍ່​ທັນ​ແຕກ​ພາຍຫຼັງ​ສົງ​ຄາມ

(VOVWORLD) -ວັນນີ້ແມ່ນວັນທົ່ວໂລກປ້ອງກັນຄວບຄຸມລູກລະເບີດບໍ່ທັນແຕກຢູ່ຫວຽດນາມລູກລະເບີດວັດຖຸລະເບີດທີ່ຍັງຕົກຄ້າງພາຍຫຼັງສົງຄາມແມ່ນເປັນໄພອັນຕະລາຍທີ່ປະຊາຊົນຕ້ອງປະເຊີນໜ້າໃນທຸກມື້.
ຫວຽດ​ນາມ​ແກ້​ໄຂ​ຜົ​ນ​ຮ້າຍ​ຢ້ອນຫຼັງ​​​ຈາກ​ລູກ​ລະ​ເບີດ​ຍັ​ງ​ບໍ່​ທັນ​ແຕກ​ພາຍຫຼັງ​ສົງ​ຄາມ - ảnh 1ພາບປະກອບ 

ປັດຈຸບັນ, ເນື້ອທີ່ດິນເປັນມົນລະພິດແລະສົ່ງໄສວ່າເປັນມົນລະພິດຈາກລູກລະເບີດຢູ່ຫວຽດນາມແມ່ນປະມານ 6,1 ລ້ານເຮັກຕາ, ກວມເອົາ 18,71%ຍອດເນື້ອທີ່ດິນທຳມະຊາດທົ່ວປະເທດໃນຊຸມປີທີ່ຜ່ານມາ, ພັກ, ລັດຫວຽດນາມໄດ້ເອົາເອົາໃຈໃສ່ເປັນພິເສດເຖິງວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ຈັດຕັ້ງການສຳຫຼວດທຳລາຍລູກລະເບີດດັ່ງກ່າວ. ທ່ານຫງວຽນບ໊າວານ, ຫົວໜ້າຫ້ອງການກຊວງແຮງງານ, ທະຫານເສຍອົງຄະແລະສັງຄົມຫວຽດນາມໃຫ້ຮູ້ວ່າ:

        ລາຍການພັດທະນາແບບຍືຍົງຮອດປີ 2030 ຂອງໄດ້ໃຫ້ຂໍ້ສັງເກດວ່າ: ການແກ້ໄຂລູກລະເບີດບໍ່ທັນແຕກແລະຜົນຮ້າຢ້ອນຫຼັງຈາກສົງຄາມແມ່ນເປົ້າໝາຍອັນຍິ່ງໃຫຍ່ຂອງທົ່ວໂລກ, ໃນນັ້ນມີຫວຽດນາມ. ໃນຊຸມປີທີ່ຜ່ານມາ, ລັດຖະບານ, ນາຍົກລັດຖະມົນຕີໄດ້ຊີ້ນຳກະຊວງປ້ອງກັນປະເທດຍູ້ໄວຄວາມຄືບໜ້າໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາລູກລະເບີດບໍ່ທັນແຕກຢູ່ຕາມເຂດທີ່ເປັນມົນລະພິດ. ເຖິງວ່າບັນລຸໄດ້ບັນຜົນງານທີ່ດີພໍສົມຄວນກໍ່ຕາມແຕ່ວ່າເພື່ທຳລາຍລູກລະເບີດຍັບໍ່ທັນແຕກທີ່ຍັງຕົກຄ້າງພາຍຫຼັງສົງຄາມຢູ່ຫວຽດນາມແມ່ນຕ້ອງມີງົບປະມານນັບຫຼາຍສິບຕື້ USD

ຕອບກັບ

ຂ່າວ/ບົດ​ອື່ນ