ຫວຽດນາມແນະນຳຜະລິດຕະພັນຢູ່ງານຕະຫຼາດນັດການຄ້າອິນໂດເນເຊຍຄັ້ງທີ30

ຫວຽດນາມແນະນຳຜະລິດຕະພັນຢູ່ງານຕະຫຼາດນັດການຄ້າອິນໂດເນເຊຍຄັ້ງທີ30 - ảnh 1
ຫວຽດນາມແນະນຳຜະລິດຕະພັນຢູ່
ງານຕະຫຼາດນັດການຄ້າອິນໂດເນເຊຍຄັ້ງທີ30
(ພາບ: Vietnam+)


(vovworld) – ງານ​ຕະຫຼາດນັດ​ການ​ຄ້າ​ອິນ​ໂດ​ເນ​ເຊຍ (Trada Expo Indonesia) ຄັ້ງທີ 30 ຖືກ​​ໄຂ​ຂຶ້ນ​ຢູ່ນະຄອນຫຼວງ ຈາ​ກາກ​ຕາ, ​ໃນ​ວັນ​ທີ 21/10 ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ, ​ເພື່ອ​ແນ​ໃສ່​ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ ​ແລະ ວິ​ສາ​ຫະກິດ​ອິນ​ໂດ​ເນ​ເຊຍ ​ເຂົ້າ​ຮ່ວມ​ຊອກ​ຮູ້​ກາລະ​ໂອກາດ​ລົງທຶນ, ​ແລກປ່ຽນຂໍ້​ມູນຂ່າວສານ ​ແລະ ​​ແນະນຳ​ບັນດາ​ຜະລິດ​ຕະພັນ​ດີ​ທີ່​ສຸດ ​ເຖິງ​ຄູ່​ຮ່ວມ​ມມື​ໃນ​ຕະຫຼາດ​ພາກ​ພື້ນ ​ແລະ ສາກົນ. ມີ​ວິ​ສາ​ຫະກິດ​ປະມານ 2.000 ​ແຫ່ງ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດຄັ້ງ​ນີ້.

      ​ເນື່ອງ​ໃນ​ໂອກາດ​ນີ້, ມີ​ວິ​ສາ​ຫະກິດ​ຫວຽດນາມ​ ​ເກືອບ 30 ​ແຫ່ງ ​ໄດ້​​ເຂົ້າ​ຮ່ວມ​ ​ແລະ ມີ 2 ຮ້ານວາງສະ​ແດງທີ່​ງານ​ຕະຫຼາດນັດ​ນີ້, ​ເພື່ອ​ແນ​ໃສ່​ຊອກ​ຫາ​ຄູ່ຮ່ວມ​ມື, ພ້ອມ​ທັງ​ສົ່ງ​ເສີມ​​ການໂຄສະ​ນາ​ພາບ​ພົດຜະລິດ​ຕະພັນ ​ແລະ ວິ​ສາ​ຫະກິດຫວຽດນາມ ​ເຖິງ​ບັນດາ​ຄູ່​ຮ່ວມ​ມື​ອິນ​​ໂດ​ເນ​ເຊຍ ​ແລະ ຕ່າງປະ​ເທດ. ນອກຈາກ​ນັ້ນ, ຍັງ​ຊອກ​ຫາ​ບັນດາ​ຄູ່​ຮ່ວມ​ມື​ເພື່ອ​ຜະລິດສິນຄ້າຢູ່​ຫວຽດນາມ​ ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ