ຫວຽດນາມແນະນຳຜະລິດຕະພັນເຕັກໂນໂລຢີຫລາຍຊະນິດຢູ່ງານວາງສະແດງINAGRITECH

ຫວຽດນາມແນະນຳຜະລິດຕະພັນເຕັກໂນໂລຢີຫລາຍຊະນິດຢູ່ງານວາງສະແດງINAGRITECH - ảnh 1
ງານ​ວາງສະ​ແດງ​ສາກົນ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ
ກະສິກຳ INAGRITECH 2016
(ພາບ: ຫວຽດນາມ +)

(vovworld) - ​ ​ ວັນ​ທີ 25/08, ງານ​ວາງສະ​ແດງ​ສາກົນ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີກະສິກຳ INAGRITECH 2016 ຖືກ​​ໄຂ​ຂຶ້ນ​ຢູ່​ນະຄອນຫລວງ Jakarta ປະ​ເທດ ອິນ​ໂດ​ເນ​ເຊຍ ດ້ວຍ​ ​ຮ້ານ​ວາງສະ​ແດງ​ກ່ວາ 350 ຮ້ານ​ທີ່​ມາ​ຈາກ 12 ປະ​ເທດ​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ງານ​ວາງສະ​ແດງ INAGRITECH 2016 ​ໄດ້​ແນະນຳ, ​ໂຄສະນາ​ບັນດາ​ແບບຢ່າງ, ຜະລິດ​ຕະພັນ​ທີ່​ມາ​ຈາກ​ຫລາຍ​ຂະ​ແໜງ​ສິນຄ້າ​ກະສິກຳ​ຕາງ​ກັນ​ຄື: ​ເຂົ້າສານ, ບັນດາ​ຜະລິດ​ຕະພັນ​ຈາກ​ຕົ້ນ​ໝາກ​ຄໍ້, ສາລີ ​ແລະ ບັນດາ​ຜະລິດ​ຕະພັນປ່າ​ໄມ້ ​ແລະ ກະສິກຳ…​ງານ​ວາງສະ​ແດງ​ກໍ່​ແນະນຳ​ບັນດາ​ເຕັກ​ໂນ​ໂລ​ຢີ, ​ເຄື່ອງ​ຈັກ, ພາຫະນະ​ອຸປະກອນ​ທັນ​ສະ​ໄໝ, ກ້າວໜ້າ​ອື່ນໆ​ໃນ 5 ຂົງ​ເຂດ​ບຸລິມະສິດ: ​ເຕັກ​ໂນ​ໂລ​ຢີກະສິກຳ​ທັນ​ສະ​ໄໝ; ​ເຕັກ​ໂນ​ໂລ​ຢີ ​ແລະ ການ​ປຸງ​ແຕ່ງ​ນ້ຳມັນ​ໝາກ​ຄໍ້; ຝຸ່ຍ ​ແລະ ຢາປາບ​ສັດຕູ​ພືດ; ​ເຄື່ອງ​ຈັກ​ປ່າ​ໄມ້ ​ແລະ ​ທາດເຄມີ​ກະສິກຳ. ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ  INAGRITECH 2016 ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແນະນຳ​ບັນດາ​ຜະລິດ​ຕະພັນ​ເຄື່ອງ​ຈັກ ​ໂດຍ ຫວຽດນາມ ຜະລິດ​ເອງ ​ແລ​ະ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ວິ​ສາ​ຫະກິດ ​ແລະ ຄູ່​ຮ່ວມ​ມື​ຕ່າງປະ​ເທດ.

 

ຂ່າວ/ບົດ​ອື່ນ