ຫວຽດ​ນາມ​ແບ່ງ​ປັນ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ຄວາມ​ໝັ້ນ​ຄົງ​ຢູ່ ສ.ອາ​ຟຼິກ​​ກາກາງ

(VOVWORLD) -ວັນທີ 21 ມັງກອນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມກ່ຽວກັບສະພາບຂາດສະຖຽນລະພາບກ່ຽວກັບການເລືອກຕັ້ງຢູ່ ສ.ອາຟຼິກກາກາງ
ຫວຽດ​ນາມ​ແບ່ງ​ປັນ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ຄວາມ​ໝັ້ນ​ຄົງ​ຢູ່ ສ.ອາ​ຟຼິກ​​ກາກາງ - ảnh 1ກອງປະຊຸມກ່ຽວກັບສະພາບຂາດສະຖຽນລະພາບກ່ຽວກັບການເລືອກຕັ້ງຢູ່ ສ.ອາຟຼິກກາກາງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟຶອງຈ່າ ທູດການຕ່າງປະເທດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບສະພາບການຄວາມໝັ້ນຄົງ ຢູ່ສ.ອາຟຼິກກາກາງ, ທ່ານນາງກໍ່ຮຽກຮ້ອງໃຫ້ບັນດາຝ່າຍແກ້ໄຂຄວາມແຕກຕ່າງກັນທີ່ກ່ຽວຂ້ອງເຖິງການເລືອກຕັ້ງຜ່ານການໂອ້ລົມສົນທະນາ ແລະ ເຈລະຈາ, ບົນພື້ນຖານເຄົາລົບກົດໝາຍ ແລະ ລັດຖະທຳມະນູນຂອງ ສ.ອາຟຼິກກາກາງ. ທ່ານນາງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຄົາລົບຂໍ້ຕົກລົງສັນຕິພາບລະຫ່ວາງລັດຖະບານ ແລະ ບັນດາກຸ່ມປະກອບອາວຸດ, ຮຽກຮ້ອງໃຫ້ປະຊາຄົມສາກົນຮັກສາການໜູນຊ່ວຍ ອາບຟຼິກກາກາງ, ໃນນັ້ນໄດ້ຍົກສູງບົດບາດໃຈກາງຂອງອົງການຈັດຕັ້ງໃນພາກພື້ນ ແລະ ອະນຸພາກພື້ນ ພ້ອມກັນປະກອບສ່ວນສຳຄັນຂອງ ຝ່າຍປະຕິບັດງານ ສປຊ ປະຈຳ ສ.ອາຟຼິກກາກາງ.

ຕອບກັບ

ຂ່າວ/ບົດ​ອື່ນ