ຫວຽດນາມແບ່ງປັນບົດ ຮຽນຮັບມືກັບໄພ ທຳມະຊາດກັບ ປະເທດຕ່າງໆ


 ຫວຽດນາມແບ່ງປັນບົດ ຮຽນຮັບມືກັບໄພ ທຳມະຊາດກັບ ປະເທດຕ່າງໆ - ảnh 1

 (ພາບປະກອບ: TTXVN)

 (vovworld)- ວັນ​ທີ 27/2, ​ໃນຖານະ​ແມ່ນ​ນັກ​ປາຖະກະຖາ​ຕົ້ນຕໍ່, ທ່ານ​ເລ​ຮ່ວາຍ​ຈຸ​ງ, ຫົວໜ້າຄະນະຜູ້ຕາງໜ້າ​ຫວຽດນາມ ປະຈຳ ສປຊ ​ໄດ້​ເຂົ້າຮ່ວມ​ພິທີປະກາດ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ກະກຽມດ້ານ​ການ​ເງິນ​ເພື່ອ​ຮັບ​ມື​ກັບ​ບັນດາ​ກໍລະນີ​ດ່ວນ ​ໂດຍ​ອົງການ​ອາຫານ ​ແລະ ກະ​ເສດ​ໂລກ (FAO) ​ເປັນ​ປະທານ. ​ໃນ​ສະພາບ​ການ​ໂລກ​ນັບ​ມື້​ນັບ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ຄວາມ​ສ່ຽງໄພພິບັດ, ​ໄພ​ທຳ​ມະ​ຊາດຫຼາຍ​ຢ່າງ​ດ້ວຍ​ຫຼາຍ​ຮູບ​ການ​ທີ່​ແຕກ​ຕ່າງ​ກັນ, ບົດ​ລາຍງານ​ສະ​ເໜີ​ຕ້ອງ​ມີ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ການ​ສຳ​ພັດ​ຮັບ​ມື​ກັບ​ບັນດາ​ຄວາມ​ສ່ຽງ​ນີ້, ນັ້ນ​ແມ່ນ​ລະດົມ​ແຫຼ່ງການ​ເງິນ​ໃຫ້​ແກ່​ວຽກ​ງານ​ກະກຽມ ​ແລະ ສະກັດ​ກັ້ນຄວາມ​ສ່ຽງ ຫາກ​ບໍ່​ພຽງ​ແຕ່​ສຸມ​ໃສ່​ການ​ເຄື່ອນ​ໄຫວ​ກູ້​ໄພ​ກູ້​ຊີບ​ມະນຸດສະທຳ ພາຍຫ​ລັງ​ເກີດ​ໄພພິບັດ​ຄື​ໃນ​ປະຈຸ​ບັນ​ນີ້. ທີ່ພິທີ​ປະກາດ​ບົດ​ລາຍ​ງານ, ທ່ານ​ເອກ​ອັກຄະ​ລັດຖະທູດ​ເລ​ຮ່ວາຍ​ຈຸ​ງ ​ໄດ້​ແບ່ງປັນ​ບັນດາ​ບົດຮຽນ​ຂອງ​ຫວຽດນາມ ​ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ​ໃນ​ນັ້ນ​ທ່ານເນັ້ນໜັກ​ວ່າ, ຕ້ອງ​ມີ​ສະຕິ​ຄວາມ​ຮັບ​ຮູ້ຢ່າງ​ພຽງພໍ​ກ່ຽວ​ກັບຄວາມ​ໝາຍ​ຂອງ​ວຽກ​ງານ​ປ້ອງ​ກັນ, ສະກັດ​ກັ້ນ, ກະກຽມ, ຄວາມຕັດສິນ​ໃຈ​ ​ແລະ ຄຳໝັ້ນສັນຍາ​ຂອງ​ລັດ​ໃນ​ວຽກ​ງານ​ນີ້; ບົດບາດ​ຂອງ​ຂອບ​ເຂດ​ກົດໝາຍ, ນະ​ໂຍບາຍ ​ແລະ ​ເສີມ​ຂະຫຍາຍ​ການ​ເຂົ້າຮ່ວມ​ຂອງ​ທັງລະບົບ​ການ​ເມືອງ, ບັນດາ​ກະຊວງ, ຂະ​ແໜງ​ການ ທ້ອງ​ຖິ່ນພ້ອມ​ກັບ​ບັນດາ​ອົງການ​ຈັດຕັ້ງການ​ເມືອງ-​ສັງຄົມ ​ແລະ ປຊຊ ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ./.

ຂ່າວ/ບົດ​ອື່ນ