ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນ​ ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ສະ​ໄໝຫຼັງ​ Covid – 19

(VOVWORLD) -   ວັນທີ 7 ພຶດສະພາ, ທ່ານ ຟ້າມແຊງເຈົາ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາທາງອອນລາຍ “ບັນດານະໂຍບາຍພັດທະນາສະໄໝຫຼັງ Covid - 19” ໂດຍຫ້ອງການອຸດສາຫະກຳບັນເທີງ ແລະ ສື່ສານສາກົນ (ICMEI) ຈັດຕັ້ງຂຶ້ນ.
ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນ​ ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ສະ​ໄໝຫຼັງ​ Covid – 19 - ảnh 1ກອງປະຊຸມສຳມະນາທາງອອນລາຍ “ບັນດານະໂຍບາຍພັດທະນາສະໄໝຫຼັງ Covid - 19”

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຟ້າມແຊງເຈົາໄດ້ແບ່ງປັນບົດຮຽນປະສົບການຈຳນວນໜຶ່ງຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. ທ່ານກໍ່ໃຫ້ຮູ້ວ່າ ຫວຽດນາມ ໄດ້ປະສົບຜົນສຳເລັດໃນ “ບັ້ນຕໍ່ສູ້ທຳອິດ” ກັບໂລກລະບາດ Covid – 19 ເມື່ອ ມີຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິກວມເອົາເກືອບ 90% ແລະ ບໍ່ມີໃຜເສຍຊີວິດ. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ລັດຖະບານ ແລະ ປະຊາຊົນ ຫວຽດນາມໄດ້ຮ່ວມແຮງຮ່ວມໃຈກັນປະຕິບັດບັນດາມາດຕະການຈຳກັດບໍລິເວນ, ຮັກສາໄລຍະຫ່າງ, ແຍກຕົວເພື່ອແນໃສ່ສະກັດກັ້ນໂລກລະບາດ. ທ່ານ ຟ້າມແຊງເຈົາກໍ່ປະກາດວ່າ ໃນວັນທີ 9 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຈະມີການເຮັດວຽກໂດຍກົງກັບວິສາຫະກິດ ເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ສົ່ງເສີມວິສາຫະກິດ. ຕາມການຄາດຄະເນຂອງ ທະນາຄານໂລກ (WB) ພ້ອມກັບຈີນ ແລະ ອິນເດຍ, ຫວຽດນາມ ຈະແມ່ນໜຶ່ງໃນບັນດາປະເທດທີ່ມີການຟື້ນຟູຢ່າງແຮງພາຍຫຼັງໂລກລະບາດ Covid – 19.

ນັກຂ່າວ VOV ປະຈຳ ອິນເດຍ

ຕອບກັບ

ຂ່າວ/ບົດ​ອື່ນ