ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນປະ​ສົບ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ກັບ​ສະ​ຖາ​ບັນ ອາ​ເມ​ລິ​ກາ - ອາ​ຊີ

(VOVWORLD) -ວັນທີ 14 ພຶດສະພາ 2020, ທ່ານ Lau Kee ປະທານສະຖາບັນ ອາເມລິກາ - ອາຊີ ໄດ້ສົ່ງຈົດໝາຍສະແດງຄວາມຂອບໃຈໄປຍັງທ່ານ ຮອງສາດສະດາຈານ, ປອ. ເລືອງອກເຂວ, ຫົວໜ້າກົມຄຸ້ມຄອງການກວດ, ປິ່ນປົວພະຍາດ, ຮອງຫົວໜ້າອະນຸກຳມະການປິ່ນປົວຂຶ້ນກັບ ຄະນະຊີ້ນຳແຫ່ງຊາດໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ທີ່ໄດ້ສະຫຼະເວລາເຂົ້າຮ່ວມການໂອ້ລົມສົນທະນາທາງອອນລາຍ ທີ່ໄດ້ຈັດຕັ້ງຂຶ້ນໂດຍສະຖາບັນ ອາເມລິກາ - ອາຊີດ້ວຍຫົວຂໍ້ວ່າ: “ຮັບມືກັບໂລກລະບາດ Covid – 19: ມູມມອງຈາກຝ່າຍຫວຽດນາມ, ສ.ເກົາຫຼີ ແລະ ສິງກະໂປ.
ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນປະ​ສົບ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ກັບ​ສະ​ຖາ​ບັນ ອາ​ເມ​ລິ​ກາ - ອາ​ຊີ - ảnh 1ພາບປະກອບ 

ກ່ອນໜ້ານັ້ນໃນຕອນຄ່ຳວັນທີ 13 ພຶດສະພາ 2020, ຜ່ານການເຊື້ອເຊີນຂອງ ສະຖານທູດຫວຽດນາມປະຈຳວໍຊິງຕັນ ດີຊີ, ອາເມລິກາ, ທ່ານ ຮອງສາດສະດາຈານ, ປອ.ເລືອງງອກເຂວໄດ້ເຂົ້າຮ່ວມດ້ວຍຖານະແມ່ນເປັນໜຶ່ງໃນ ນັກບັນລະຍາຍ 3 ຄົນຕົ້ນຕໍຢູ່ໃນການໂອ້ລົມສົນທະນາ. ຮອງສາດສະດາຈານ, ປອ.ເລືອງງອກເຂວ ໄດ້ແບ່ງປັນກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ປະເທດຫວຽດນາມ ແລະ ວິທີການທີ່ລັດຖະບານບັນດາປະເທດຮັບມືກັບໂລກລະບາດ Covid – 19.ບັນດາໝາກຜົນເບື້ອງຕົ້ນໃນວຽກງານປິ່ນປົວ ແລະ ຄວບຄຸມໂລກລະບາດ, ກໍ່ຄືບົດຮຽນປະສົບການຈຳນວນໜຶ່ງເພື່ອບັນລຸຄວາມສຳເລັດໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ໃນນັ້ນພິເສດແມ່ນຕ້ອງໄດ້ເນັ້ນໜັກເຖິງຄວາມມານະພະຍາຍາມຂອງທົ່ວລະບົບການເມືອງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ