ຫວຽດນາມແບ່ງເບົາຄວາມເສຍຫາຍສຳລັບບັນດາປະເທດຖືກເຫດແຜ່ນດິນໄຫວ

ຫວຽດນາມແບ່ງເບົາຄວາມເສຍຫາຍສຳລັບບັນດາປະເທດຖືກເຫດແຜ່ນດິນໄຫວ - ảnh 1
ເຫດ​ແຜ່ນ​ດິນ​ໄຫວ​ຢູ່ Ecuado
ພາບ:TTXVN
(vovworld)- ວັນ​ທີ 18/4, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ໃຫ້​ຮູ້​ວ່າ: ຫວຽດ​ນາມ ສະ​ແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈເມື່ອ​ໄດ້​ຮັບ​ຂ່າວ​ວ່່າ ໄພ​ທຳ​ມະ​ຊາດ​ເກີດ​ຂຶ້ນ​ຢ່າງ​ລຽນ​ຕິດ​ໃນ​ຊຸມມື້​ຜ່ານ​ມາ​ຢູ່​ປະ​ເທດ​ຈຳ​ນວນ​ຫນຶ່ງ ເປັນ​ຕົ້ນ​ແມ່ນ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່ Ecuador ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ນັບ​ຮ້ອຍໆ​ຄົນ ແລະ ພັນໆ​ຄົນ​ຖືກ​ເສຍ​ຫາຍ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ. ຫວຽດ​ນາມ ແບ່ງ​ເບົາຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫລວງ ຊື່ງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ Ecuador ພວມ​ປະ​ສົບ ແລະ ປາດ​ຖະ​ຫນາ​ວ່າ ປະ​ເທດ Ecuador ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໂດຍ​ໄວ, ສືບ​ຕໍ່​ເຮັດ​ໃຫ້​ສະ​ພາບ​ກາ​ນ​ເຂົ້າ​ສູ່​ຄວາມ​ເປັນ​ປົກ​ກະ​ຕິ ແລະ ພັດ​ທະ​ນາ.

ໃນ​ຂະ​ນະ​ນັ້ນ, ວັນ​ທີ 17/4  ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ໄດ​້​ອອກ​ຄຳ​ຖະ​ແຫລງວ່າ: ບັນ​ດາ​ປະ​ເທດ ອາ​ຊຽນ ສະ​ແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຕໍ່​ບັນ​ດາ​ເຫດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ຫວ່າງມໍ່ໆ​ນີ້ ຢູ່ ອາບ​ກາ​ນິ​ສະ​ຖານ, ບັງ​ກະ​ລາ​ເທດ, Ecuador, ອິນ​ເດຍ, ຍີ່​ປຸ່ນ, ມຽນ​ມາ, ເນ​ປານ ແລະ ປາ​ກິ​ສະ​ຖານ ເຮັດ​ໃຫ້​ຫລາຍ​ຄົນ​ຖືກ​ເສຍ​ຊີວິດ ແລະ ຮັບ​ບາດ​ເຈັບ, ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ຫນັກ​ຫນ່ວງ​ທາງ​ດ້ານ​ວັດ​ຖຸ. ອາ​ຊຽນ ຢືນ​ຢັນ ເປີດກວ້າງ​ການ​ຮ່ວມ​ມື ແລະ ສະ​ຫນັບ​ສະ​ຫນູນ​ດ້ວຍ​ທຸກ​ຮູບ​ການ ເພື່ອ​ຊ່ວຍ​ໃຫ້​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ດັ່ງ​ກ່າວ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ