ຫວຽດນາມແບ່ງເບົາຄວາມເສົ້າສະຫຼົດໃຈກ່ຽວກັບບັນດາເຫດວາງລະເບີດຢູ່ສີລັງກາເຮັດໃຫ້ຫຼາຍຄົນເສຍຊີວິດ

(VOVWORLD) -ໂດຍໄດ້ຮັບຂ່າວວ່າ, ບັນດາເຫດວາງລະເບີດຢູ່ສີລັງກາ ໃນວັນທີ 21 ເມສາ ໄດ້ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຖືກຮັບບາດເຈັບນັ້ນ

ຫວຽດນາມແບ່ງເບົາຄວາມເສົ້າສະຫຼົດໃຈກ່ຽວກັບບັນດາເຫດວາງລະເບີດຢູ່ສີລັງກາເຮັດໃຫ້ຫຼາຍຄົນເສຍຊີວິດ - ảnh 1 ເຫດວາງລະເບີດຢູ່ສີລັງກາ

(ພາບປະກອບ: AAP)

ວັນທີ 21 ເມສາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີ ສີລັງກາ Maithripala Sirisena. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານນາຍົກລັດຖະມົນຕີສີລັງກາ Ranil Wickremesinghe, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານປະທານສະພາແຫ່ງຊາດສີລັງກາ Karu Jayasuriya.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ກໍ່ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານລັດຖະມົນຕີການຕ່າງປະເທດສີລັງກາ Tilak Janak Marapana.

        ສະຖານທູດຫວຽດນາມ ປະຈຳສີລັງກາ ໄດ້ຕິດຕໍ່ກັບບັນດາອົງການທີ່ມີໜ້າທີ່ປະຈຳຖິ່ນ ແລະ ໄດ້ຮູ້ວ່າ, ມາຮອດປະຈຸບັນຍັງບໍ່ທັນມີຊາວຫວຽດນາມ ຖືກຜົນສະທ້ອນຈາກເຫດລະເບີດດັ່ງກ່າວ. ກະຊວງການຕ່າງປະເທດໄດ້ຊີ້ນຳສະຖານທູດຫວຽດນາມ ປະຈຳສີລັງກາ ສືບຕໍ່ຕິດຕາມເຫດການ ແລະ ມີບັນດາມາດຕະການປົກປ້ອງ ໃນກໍລະນີມີພົນລະເມືອງຫວຽດນາມ ຖືກຜົນສະທ້ອນ.

ຕອບກັບ

ຂ່າວ/ບົດ​ອື່ນ