ຫວຽດ​ນາມ-ແຟງ​ລັງ ຂຸດ​ຄົ້ນ​ສັນ​ຍາ EVFTA ເປັນ​ຢ່າງ​ດີ​ທີ່​ສຸດ

(VOVWORLD) - ໃນ 6 ເດືອນຕົ້ນປີ 2021, ວົງເງິນການຄ້າລະຫວ່າງສອງປະເທດ ຫວຽດນາມ-ແຟງລັງ ບັນລຸ 285 ລ້ານ USD,  ເພີ່ມກ່ວາ 61% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ຫວຽດ​ນາມ-ແຟງ​ລັງ ຂຸດ​ຄົ້ນ​ສັນ​ຍາ EVFTA ເປັນ​ຢ່າງ​ດີ​ທີ່​ສຸດ - ảnh 1

 (ພາບ: ກະຊວງການຕ່າງປະເທດ)

  ໃນ 6 ເດືອນຕົ້ນປີ 2021, ວົງເງິນການຄ້າລະຫວ່າງສອງປະເທດ ຫວຽດນາມ-ແຟງລັງ ບັນລຸ 285 ລ້ານ USD,  ເພີ່ມກ່ວາ 61% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ນັ້ນແມ່ນຂໍ້ມູນຂ່າວໄດ້ຍົກອອກມາເມື່ອວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ໃນການເຮັດວຽກລະຫວ່າງທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ  ແລະ ທ່ານ Kari Kahiluoto, ເອກອັກຄະລັດຖະທູດ ສ.ແຟງລັງ ປະຈຳຫວຽດນາມ.

   ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ  ເນັ້ນໜັກວ່າ, ຍ້ອນມີຂອບນິຕະກຳທີ່ອຳນວຍຄວາມສະດວກ ຂອງສັນຍາການຄ້າເສລີຫວຽດນາມ-ອິຢູ (EVFTA), ການຄ້າ  ແລະ ການລົງທຶນສອງຝ່າຍ ຈະສືບຕໍ່ໄດ້ຮັບການພັດທະນາຢ່າງແຮງ.

   ສ່ວນທ່ານເອກອັກຄະລັດຖະທູດ Kari Kahiluoto ໄດ້ແນະນຳກ່ຽວກັບສັນຍາແມ່ກ່ຽວກັບແຫຼ່ງທຶນໜູນຊ່ວຍການລົງທຶນພາກລັດລະຫວ່າງ ແຟງລັງ ແລະ ຫວຽດນາມ ລົງນາມໃນວັນທີ 21 ມັງກອນປີ 2021 ພ້ອມທັງໃຫ້ຮູ້ວ່າ: ຜ່ານເຄື່ອງມືດັ່ງກ່າວ, ຫວຽດນາມ ຈະມີໂອກາດສຳຜັດກັບແຫຼ່ງທຶນແກ່ງແຍ້ງ, ໃນຂະນະທີ່ບັນດາບໍລິສັດແຟງລັງ ມີປະສົບການຫຼວງຫຼາຍ, ມີຄວາມໄວ້ເນື້ອເຊື່ອໃຈໃນຕະຫຼາດໂລກ ພ້ອມກັບມາດຕະການເຕັກໂນໂລຊີເໝາະສົມ ຈະມີໂອກາດທີ່ດີ ເພື່ອສາມາດເຂົ້າຕະຫຼາດຫວຽດນາມ ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ