ຫວຽດນາມ​ແມ່ນ “​ສະ​ຖານ​ທີ່​ລ່ອງເຮືອ​ສຳລານດີ​ທີ່​ສຸດໃນອາ​ຊີ ​ປີ 2021”

(VOVWORLD) -ລາງວັນ World Cruise Awards ຫາກໍ່ປະກາດບັນດານາມມະຍົດ ປີ 2021. ນີ້ແມ່ນຜົນສຳເລັດພາຍຫຼັງ 1 ປີ ການຊອກຫາ ບັນດາລາຍຊື່ທີ່ດີເລີດໃນຂົງເຂດລ່ອງເຮືອສຳລານໃນທົ່ວໂລກ.

ຫວຽດນາມ​ແມ່ນ “​ສະ​ຖານ​ທີ່​ລ່ອງເຮືອ​ສຳລານດີ​ທີ່​ສຸດໃນອາ​ຊີ ​ປີ 2021” - ảnh 1ການລ່ອງເຮືອສຳລານຢູ່ດ່ານັ້ງ (ພາບ:VOV)

ໃນການຄັດເລືອກເຊິ່ງປະຕິບັດໂດຍ ບັນດາຜູ້ຊ່ຽວຊານທີ່ມີຊື່ສຽງໃນຂະແໜງການລ່ອງເຮືອສຳລານ ແລະ ມະຫາຊົນ. ນາມມະຍົດໄດ້ມອບໃຫ້ຜູ້ທີ່ໄດ້ຮັບຈຳນວນບັດຄັດເລືອກສູງທີ່ສຸດໃນລາຍການຕາມລຳດັບ.

ໂດຍໄດ້ຮັບໄຊຊະນະໃນລາຍການ “ສະຖານທີ່ລ່ອງເຮືອສຳລານດີທີ່ສຸດໃນອາຊີ ປີ 2021”, ຫວຽດນາມໄດ້ຂ້າມຜ່ານບັນດາຜູ້ສະໝັກລວມມີ ກຳປູເຈຍ, ຈີນ, ລາວ ແລະ ໄທ. ໃນເວລານັ້ນ, ສິງກະໂປ ຄວ້າໄດ້ນາມມະຍົດ “ສະຖານທີ່ລ່ອງເຮືອສຳລານດີທີ່ສຸດໃນອາຊີ ປີ 2021” ຢູ່ໃນລາຍການທົ່ວໂລກ, ດູໄບ ( UAF) ໄດ້ຮັບນາມມະຍົດ “ສະຖານທີ່ລ່ອງເຮືອສຳລານດີທີ່ສຸດໃນໂລກ”.

        ກ່ອນໜ້ານີ້, ອົງການຈັດຕັ້ງ World Cruise Awards ກໍ່ໄດ້ເຊີດຊູ ຫວຽດນາມແມ່ນ “ສະຖານທີ່ລ່ອງເຮືອສຳລານດີທີ່ສຸດໃນອາຊີ ປີ 2021” ແລະ “ສະຖານທີ່ທ່ອງທ່ຽວທີ່ໝັ້ນຄົງແຖວໜ້າຂອງອາຊີ 2021” ໃນພິທີມອບລາງວັນ World Golf Awards, ຫວຽດນາມ ກໍ່ໄດ້ຮັບລາງວັນ “ສະຖານທີ່ຫຼີ້ນ ກອບຟ ດີທີ່ສຸດໃນໃນໂລກ ປີ 2021”

ຕອບກັບ

ຂ່າວ/ບົດ​ອື່ນ