ຫວຽດນາມແມ່ນຄູ່ຮ່ວມມືຕົ້ນຕໍ່ຂອງເວທີປາໄສອາຊີ-ປາຊີຟີກລັດBayern

ຫວຽດນາມແມ່ນຄູ່ຮ່ວມມືຕົ້ນຕໍ່ຂອງເວທີປາໄສອາຊີ-ປາຊີຟີກລັດBayern - ảnh 1
ຫວຽດນາມແມ່ນຄູ່ຮ່ວມມືຕົ້ນຕໍ່ຂອງ
ເວທີປາໄສອາຊີ-ປາຊີຟີກລັດ Bayern
(ພາບ: vietnamplus.vn)


​​(vovworld) - ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ນະຄອນ Nurnberg, ລັດ Bayern, ປະ​ເທດ​ເຢຍລະ​ມັນ, ​ໄດ້​ຈັດ​ເວທີ​ປາ​ໄສ​ເສດຖະກິດອາຊີ-ປາຊີ​ຟີ​ກ ຄັ້ງ​ທີ 12, ​ໃນ​ວັນ​ທີ 23/07, ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ວິ​ສາ​ຫະກິດ​ເຢຍລະ​ມັນ​ ​ແລະ ບັນດາ​ປະ​ເທດ​ອາຊີ - ປາຊີ​ຟີ​ກເກືອບ 200 ​ແຫ່ງ. ຫວຽດນາມ ຖືກ​ເຊີນ​​ໃນ​ຖານະ​ແມ່ນ​ຄູ່​ຮ່ວມ​ມື​ຕົ້ນ​ຕໍ່.

        ​ໃນ​ຄຳ​ກ່າວ​ປາ​ໄສ​ໄຂ​ພິທີ​ດ້ວຍ​ຫົວ​ຂໍ້ “​ທ່າ​ອ່ຽງ - ການ​ເຊື່ອມຕໍ່​ທົ່ວ​ໂລກ - ການ​ກະທຳ​ມີ​ຄວາມຮັບຜິດຊອບ”, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະ​ຈຳ​ເຢຍລະ​ມັນ ຫງວຽນ​ທິຮ່ວາງ​​ແອ​ງ ​ເນັ້ນ​ໜັກ​ວ່າ, ລັດຖະບານ​ຫວຽດນາມ ​ໄດ້ ​ແລ​ະ ພວມ​ມີ​ບັນດາ​ມາດ​ຕະການ​ຢ່າງ​ແຮງ ​​ເພື່ອ​ປົວ​ແປງ​ສະພາບ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ພາຍ​ໃນ​ປະ​ເທດ ກໍ​ຄື​ສ້າງ​ກອບ​ກົດໝາຍ​ຢ່າງ​ເປີດ​​ເຜີຍ, ກະຈາ​ງ​ແຈ້ງ​ກັບ​ນັກ​ລົງ​ທຶນ ​ແລະ ວິ​ສາ​ຫະກິດ​ຕ່າງປະ​ເທດ, ຫັນ​ລະບຽບ​ບໍລິຫານ​ເປັນ​ງ່າຍ​ດ່າ​ຍ, ຫຼຸດຜ່ອນ​ສຳ​ເນົາ​ເອກະສານ ​ແລະ ​ເວລາ​ແກ້​ໄຂ​ບັນດາ​ສຳ​ເນົາ​ເອກະສານ​ຂອງ​ວິ​ສາ​ຫະກິດ. ສິ່ງ​ດັ່ງກ່າວ​ໄດ້​ຮັບ​ການຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ຈາກ​ບັນດາ​ວິ​ສາ​ຫະກິດ​ເຢຍລະ​ມັນ.

ຂ່າວ/ບົດ​ອື່ນ