ຫວຽດນາມແມ່ນຄູ່ຮ່ວມມືບຸລິມະສິດແຖວໜ້າຂອງລັດເຊຍຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການສາກົນ, ພາກພື້ນ ແລະ ການພົວພັນຮ່ວມມືລະຫວ່າງ 2 ປະເທດ, ລະຫວ່າງພັກກອມມູນິດຫວຽດນາມ ແລະ ບັນດາພັກການເມືອງຂອງລັດເຊຍ

ຫວຽດນາມແມ່ນຄູ່ຮ່ວມມືບຸລິມະສິດແຖວໜ້າຂອງລັດເຊຍຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ - ảnh 1 ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຮັດວຽກ, ພົບປະກັບການນຳຂັ້ນສູງພັກການເມືອງຕ່າງໆຂອງສະຫະພັນລັດເຊຍ

(ພາບ: TTXVN)

 ໃນລະຫວ່າງວັນທີ 08 – 10 ກໍລະກົດ, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກນຳໜ້າ, ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນລັດເຊຍ. ຢູ່ນະຄອນຫຼວງ ມົດສະກູ, ໃນຂອບເຂດການຢ້ຽມຢາມ, ທ່ານ ຮ່ວາງບິ່ງກວນ ມີບັນດາການເຮັດວຽກ, ພົບປະກັບການນຳຂັ້ນສູງພັກການເມືອງຕ່າງໆຂອງສະຫະພັນລັດເຊຍ ກັບການນຳກະຊວງການຕ່າງປະເທດ ແລະ ສະພາຕ່ຳລັດເຊຍ.

        ທີ່ບັນດາການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການສາກົນ, ພາກພື້ນ ແລະ ການພົວພັນຮ່ວມມືລະຫວ່າງ 2 ປະເທດ, ລະຫວ່າງພັກກອມມູນິດຫວຽດນາມ ແລະ ບັນດາພັກການເມືອງຂອງລັດເຊຍ; ກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນໃນຊ່ອງທາງພັກ, ການທູດລະດັບລັດ ແລະ ລັດຖະສະພາ, ພິເສດແມ່ນໃນຂອບເຂດການເຄື່ອນໄຫວປີ ຫວຽດນາມ - ລັດເຊຍ, ລັດເຊຍ - ຫວຽດນາມ 2019…

        ການນຳບັນດາພັກ, ສະພາແຫ່ງຊາດ ແລະ ກະຊວງການຕ່າງປະເທດສະຫະພັນລັດເຊຍ ຢືນຢັນເລື່ອງຖືເປັນສຳຄັນການເພີ່ມທະວີນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ; ຖືຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດແຖວໜ້າຂອງລັດເຊຍ ຢູ່່່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ບັນດາການນຳບັນດາອົງການຂອງລັດເຊຍ ເຫັນດີເພີ່ມທະວີການຕິດຕາມກວດກາປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ລະຫວ່າງ 2 ປະເທດ, ໃນນັ້ນມີການຜັນຂະຫຍາຍບັນດາໂຄງການໃຫຍ່ລະຫວ່າງ 2 ປະເທດໃນບັນດາຂົງເຂດເສດຖະກິດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ເຕັກນິກການທະຫານ…

ຕອບກັບ

ຂ່າວ/ບົດ​ອື່ນ