ຫວຽດນາມແມ່ນຈຸດນັດ ພົບໄດ້ຮັບຄວາມນິຍົມ ຈາກແຂກທ່ອງທ່ຽວ ແອດສະປາຍ


ຫວຽດນາມແມ່ນຈຸດນັດ ພົບໄດ້ຮັບຄວາມນິຍົມ ຈາກແຂກທ່ອງທ່ຽວ ແອດສະປາຍ - ảnh 1
ອ່າວ​ຮ້າ​ລອງ

(ພາບ: Nguyễn Đán - TTXVN)

(vovworld)- ​ ​​ບໍລິສັດ​ທ່ອງ​ທ່ຽວ Atrapalo ຂອງ​ແອດ​ສະ​ປາຍ ປະກາດ​ວ່າ: ບັນດາ​ລູກ​ຄ້າ​ຂອງ​ບໍລິສັດ​ນີ້ ​ໄດ້​ຊື້​ລາຍການ​ທ່ອງ​ທ່ຽວ​ໄປຫວຽດນາມ ​ຫຼາຍ​ກ່ວາ​ໝູ່ ​ໃນ​ລະດູ​ຮ້ອນ​ຜ່ານ​ມາ, ຖັດມາ​ແມ່ນ​ອາ​ເມ​ລິ​ກາ ​ແລະ ອິນ​ເດຍ. ຕົວ​ເລກ​ສະຖິຕິ​ຂອງ​ບໍລິສັດ​ດັ່ງກ່າວ​ໃຫ້​ເຫັນ​ວ່າ: ແຂກ​ທ່ອງ​ທ່ຽວໄດ້​ຊືລາຍການ​ທ່ອງ​ທ່ຽວ​ໄປອາຊີ ​ ​ຫຼາຍ​ທີ່​ສຸດ​ໃນ​ໄລຍະ​ແຕ່​ເດືອນ 6-8/2014 ຜ່ານ​ມາ, ​ໃນ​ຈຳນວນ​ສະຖານທີ່ 10 ​ແຫ່ງ​ໄດ້​ຮັບຄວາມ​ນິຍົມ​ຈາກ​ແຂກ​ທ່ອງ​ທ່ຽວ​ກໍ່​ຍັງ​ມີ​ໄທ, ຈໍ​ແດນ, ຍີ່ປຸ່ນ, ຈີນ ​ແລະ ອິນ​​ໂດ​ເນ​ເຊຍ.

  ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ກົມ​ໃຫ່ຍສະຖິຕິ​ຫວຽດນາມ ​ແລ້ວ​, ປີ 2013, ຫວຽດນາມ ​ໄດ້​ຮັບ​ແຂກ​ທ່ອງ​ທ່ຽວ​ແອດ​ສະ​ປາຍ​ ເກືອບ 33.200 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 6% ​ເມື່ອ​ທຽບ​ກັບ​ປີ​ກ່ອນ. ​ໃນ 6 ​ເດືອນ​ຕົ້ນປີ 2014, ຕົວ​ເລກ​ດັ່ງກ່າວ​ໄດ້​ຂຶ້ນ​ເຖິງ​ເກືອບ 34.200 ​ເທື່ອ​ຄົນ​ແລ້ວ, ​ເພີ່ມ​ຂຶ້ນ 24% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ./.

ຂ່າວ/ບົດ​ອື່ນ