ຫວຽດນາມແມ່ນຈຸດສຸມໃນນະໂຍບາຍພາກພື້ນຂອງອິນໂດເນເຊຍ

ຫວຽດນາມແມ່ນຈຸດສຸມໃນນະໂຍບາຍພາກພື້ນຂອງອິນໂດເນເຊຍ - ảnh 1
ທ່ານ Zulkifli Hasan ປະທານ​ສະພາ​ປຶກສາ​​ປະຊາຊົນ
 ອິນ​ໂດ​ເນ​ເຊຍ (ພາບ: antarasumbar.com)

(vovworld) - ຫວຽດນາມ​ ແມ່ນ​ຈຸດ​ສຸມ​ໃນ​ນະ​ໂຍບາຍ​ພາກ​ພື້ນ​ຂອງ​ ອິນ​ໂດ​ເນ​ເຊຍ. ນັ້ນ​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ Zulkifli Hasan ປະທານ​ສະພາ​ປຶກສາ​ປະຊາຊົນ (ສະພາ​ແຫ່ງ​ຊາດ) ອິນ​ໂດ​ເນ​ເຊຍ ທີ່​ການ​ເຮັດ​ວຽກ​ກັບ​ທ່ານ ຮ່ວາງ​ຕ໋ວນ​ແອ​ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈ​ຳ ອິນ​ໂດ​ເນ​ເຊຍ ​ໃນ​ວັນ​ທີ 31/03 ຢູ່ Jakarta. ທ່ານ Zulkifli Hasan ປະທານ​ສະພາ​ປຶກສາ​​ປະຊາຊົນ ອິນ​ໂດ​ເນ​ເຊຍ (MPR) ຖື​ວ່າ: ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ມີ​ປະ​ຫວັດ​ສາດ​ການ​ພົວພັນມາ​ແຕ່​ດົນ​ນານ ​ແລະ ສະໜິດ​ຕິດ​ພັນ. ທ່ານ Zulkifli Hasan ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ໃນ​ຖານະ​ຕຳ​ແໜ່​ງປະທານ MPR ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະ​ຫວ່າງ ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ, ກໍ່​ຄື​ລະຫວ່າງ ສະພາ​ແຫ່ງ​ຊາດ 2 ປະ​ເທດ.

        ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຮ່ວາງ​ຕ໋ວນ​ແອ​ງ ສະ​ແດງ​ຄວາມປາດ​ຖະໜາ ​ແລະ ຄວາມ​ຕັດສິນ​ຂອງ​ລັດ ​ແລະ ປະຊາຊົນ ຫວຽດນາມ ວ່າ ຈະຮັດ​ແໜ້ນ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ກັບ ອິນ​ໂດ​ເນ​ເຊຍ ຢ່າງ​ບໍ່​ຢຸກຢັ້ງ. ທ່ານ​ເອກ​ອັກຄະ​ລັດຖະທູດ​ ​ເນັ້ນ​ໜັກ​ວ່າ: ຈຸດ​ສຸມ​ໃນ​ອາຍຸ​ການ​ປະຕິບັດ​ງານ​ຂອງ​ຕົນ​ແມ່ນ ​ເປີດ​ກ້ວາງ ​ແລະ ​ເຮັດ​ໃຫ້​ການ​ພົວພັນ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາລະ​ຫວ່າງ 2 ປະ​ເທດ​ເລິກ​​ເຊິ່ງກ່ວາ​ອີກ.

ຂ່າວ/ບົດ​ອື່ນ