ຫວຽດນາມແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນສຳລັບEU

ຫວຽດນາມແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນສຳລັບEU - ảnh 1

(vovworld)- ໂດຍ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ເຕີບ​ໂຕ​ຢ່າງວ່ອງ​ໄວ ດ້ວຍ​ພົນ​ລະ​ເມືອງກວ່າ 90 ລ້ານ​ຄົນ, ຫວຽດ​ນາມ ໄດ້​ຮັ​ບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ຕະ​ຫລາດ​ມີ​ຫລາຍ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ການ​ສົ່ງ​ອອກ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ ແລະ ບໍ​ລິ​ການ​ຂອງ ສະ​ຫະ​ພາບ​ເອີ​ລົບ (EU). ສິ່ງ​ດັ່ງ​ກ່າວ​ໂດຍ​ທ່ານ Cecilia Malmstrom ກຳ​ມະ​ການ​ການ​ຄ້າ ອີ​ຢູ ເນ​ັ້ນ​ຫນັກ​ທີ່​ພິ​ທີ​ປະ​ກາດ​ເອ​ກະ​ສານ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢູ ໃນ​ວັນ​ທີ 1/2 . ສັນ​ຍາ​ສະ​ບັບ​ນີ້​ແມ່ນ​ເລີ່ມ​ຕົ້ນ ແລະ ສິ້ນ​ສຸດ​ໃນ​ສະ​ພາບ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ອີ​ຢູ ນັບ​ມື້​ນັບ​ພັດ​ທະ​ນາ​ອັນ​ດີ​ງາມ, ພິ​ເສດ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ ການ​ຄ້າ. ສັນ​ຍານີ້​ໄດ້​ຮັບ​ຄວາມ​ຫວັງ​ວ່າ ສືບ​ຕໍ່​ສ້າງ​ກຳ​ລັງ​ຫນູນ​ຊຸກ​ຍູ້​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ການ​ເຕີບ​ໂຕ​ເສດ​ຖະ​ກິດ ແລະ ຊ່ວຍ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ​ຫລາຍ​ຄົນ​ຢູ່​ຫວຽດ​ນາມ ແລະ ອີ​ຢູ. ຕາມ​ຖະ​ແຫລງ​ການ​ຂອງ ຄະ​ນະ​ກຳ​ມະ​ການ​ເອີ​ລົບ ແລ້ວ, ເອ​ກະ​ສານ​ດັ່ງ​ກ່າວ​ຈະ​ໄດ້​ແປ​ເປັນ​ບັນ​ດາ​ພາ​ສາ​ໃນ​ກຸ່ມ ອີ​ຢູ ກ່ອນ​ທີ່​ຍື່​ນ​ສະ​ເຫນີ​ຕໍ່ ສະ​ພາ​ເອີ​ລົບ ແລະ ລັດ​ຖະ​ສະ​ພາ​ເອີ​ລົບ ເພື່ອ​ຮັບ​ຮອງ​ເອົາ.

ຂ່າວ/ບົດ​ອື່ນ