ຫວຽດນາມແມ່ນພາກສ່ວນສຳຄັນໃນວິວັດການສ້າງໂຄງປະກອບລະບົບສະຫນອງຢູ່ພາກພື້ນ ແລະໃນທົ່ວໂລກ

(VOVWORLD) -ກອງປະຊຸມສຸດຍອດ WGS 2023 ດຶງດູດຜູ້ແທນ 10.000 ເຂົ້າຮ່ວມ, ໃນນັ້ນມີ 20 ທ່ານແມ່ນ ປະມຸກລັດ ແລະ ການນຳລັດຖະບານ, ການນຳບັນດາອົງການຈັດຕັ້ງສາກົນ ແລະພາກພື້ນ
ຫວຽດນາມແມ່ນພາກສ່ວນສຳຄັນໃນວິວັດການສ້າງໂຄງປະກອບລະບົບສະຫນອງຢູ່ພາກພື້ນ ແລະໃນທົ່ວໂລກ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຫ້ຽວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານໂລກ (WGS 2023). (ພາບ:baoquocte.vn)

ແຕ່ວັນທີ 13 ຫາວັນທີ 15 ກຸມພາ ຢູ່ ນະຄອນ ດູບາຍ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຫ້ຽວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານໂລກ (WGS 2023), ຢ້ຽມຢາມ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີຄັ້ງທີ 2 ກັບທ່ານ Saeed Mubarak Al-Hajeri ຮອງລັດຖະມົນຕີການຕ່າງປະເທດ ສະຫະລັດ ອາຣັບ ເອມີເລດ

ກອງປະຊຸມສຸດຍອດ WGS 2023 ດຶງດູດຜູ້ແທນ 10.000 ເຂົ້າຮ່ວມ, ໃນນັ້ນມີ 20 ທ່ານແມ່ນ ປະມຸກລັດ ແລະ ການນຳລັດຖະບານ, ການນຳບັນດາອົງການຈັດຕັ້ງສາກົນ ແລະພາກພື້ນ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືຫລາຍບັນຫາການເມືອງ, ເສດຖະກິດ, ການຄຸ້ມຄອງ,ສັງຄົມ, ສິ່ງແວດລ້ອມ, ເຕັກໂນໂລຊີ, ປັນຍາປະດິດ..

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ຢັ້ງຢືນ: ຫວຽດນາມ ມີແຜນນະໂຍບາຍສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ. ຫວຽດນາມພວມມານະພະຍາຍາມ ປະຕິບັດຄຳໝັ້ນສັນຍາຫລຸດຜ່ອນອາຍພິດໃຫ້ລົງຢູ່ລະດັບ “0” ໃນປີ 2050, ບຸລິມະສິດຍູ້ແຮງການຫັນປ່ຽນພື້ນຖານເສດຖະກິດໂດຍອີງໃສ່ຄວາມກ້າວຫນ້າດ້ານວິທະຍາສາດເຕັກໂນໂລຊີ, ການປ່ຽນໃຫມ່ປະດິດຄິດສ້າງ.

 ທີ່ກອງປະຊຸມຄັ້ງນີ້, ໃນບົດກ່າວປາໄສຂອງຕົນ, ທ່ານ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ ອົງການການຄ້າໂລກ ເນັ້ນຫນັກວ່າ: ຫວຽດນາມແມ່ນພາກສ່ວນ ສຳຄັນ ຫນຶ່ງໃນວິວັດການສ້າງໂຄງປະກອບລະບົບສະຫນອງຢູ່ ພາກພື້ນ ແລະໃນທົ່ວໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ