ຫວຽດນາມແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນທຸກຂົງເຂດການເຄື່ອນໄຫວຂອງ ສປຊ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ນັບແຕ່ເມື່ອເຂົ້າຮ່ວມເປັນສະມາຊິກສະຫະປະຊາຊາດໃນປີ 1977

ວັນທີ 24 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນທຸກຂົງເຂດການເຄື່ອນໄຫວຂອງ ສະຫະປະຊາຊາດ, ເມື່ອຕອບສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືຮ່ວມຂັ້ນສູງ ກອງປະຊຸມຄັ້ງທີ 73 ສະມັດຊາໃຫຍ່ສະຫະປະຊາຊາດ ທີ່ ນິວຢອກ, ສະຫະລັດອາເມລິກາ ແຕ່ວັນທີ 25  ກັນຍາ ຫາ ວັນທີ 1 ຕຸລາ 2018.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ນັບແຕ່ເມື່ອເຂົ້າຮ່ວມເປັນສະມາຊິກສະຫະປະຊາຊາດໃນປີ 1977, ຫວຽດນາມແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການຊຸກຍູ້ສັນຕິພາບ, ຄວາມກ້າວໜ້າ, ການຮ່ວມມື ແລະ ພັດທະນາໃນໂລກ. ຫວຽດນາມກໍ່ແມ່ນປະເທດທີ່ຕັ້ງໜ້າ, ມີການປະກອບສ່ວນເຂົ້າໃນວິວັດການສ້າງ ແລະ ປະຕິບັດບັນດາສົນທິສັນຍາສາກົນຂອງ ສະຫະປະຊາຊາດ ແລະ ສ້າງລະບອບຫຼາຍຝ່າຍທົ່ວໂລກ ດ້ວຍຄວາມຍຸຕິທຳ, ໂປ່ງໃສ ແລະ ມີປະສິດທິຜົນ, ຕອບສະໜອງຄວາມມຸ່ງມາດປາຖະໜາຂອງມວນມະນຸດ.  ດ້ວຍບົດບາດເປັນຄະນະກຳມະການ ບໍ່ປະຈຳການ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນອາຍຸການ 2008-2009, ຫວຽດນາມ ໄດ້ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ແກ້ໄຂການປະທະກັນຢູ່ບາງພາກພື້ນ, ເພີ່ມທະວີການເຄື່ອນໄຫວຮັກສາສັນຕິພາບຢູ່ ສະຫະປະຊາຊາດ, ຫວຽດນາມ ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ ເພື່ອອອກສະໜັກເລືອກຕັ້ງອີກເທື່ອໜຶ່ງເຂົ້າໃນອົງການສຳຄັນນີ້ ໃນອາຍຸການ 2020-2021. ຫວຽດນາມ ກໍ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນຫຼາຍອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍທີ່ສຳຄັນຢູ່ພາກພື້ນ ແລະ ໃນໂລກ, ຄື ປະຊາຄົມນຳໃຊ້ພາສາຝຣັ່ງ, ສະຫະພັນລັດຖະສະພາລະຫວ່າງຊາດໂລກ (IPU), ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ເທວີປາໄສການຮ່ວມມືດ້ານເສດຖະກິດອາຊີ - ປາຊິຟິກ (APEC), ອົງການການຄ້າໂລກ (WTO), ເວທີການຮ່ວມມືອາຊີ - ເອີຣົບ (ASEM).

ຕອບກັບ

ຂ່າວ/ບົດ​ອື່ນ