ຫວຽດນາມແມ່ນເສົາຄ້ຳສຳຄັນໃນ ນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ

ຫວຽດນາມແມ່ນເສົາຄ້ຳສຳຄັນໃນ ນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi


(vovworld)- ກ່ອນ​ທີ່​ຈະ​ດຳ​ເນີນ​ການຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຫວຽດ​ນາມ​ປະ​ຈຳ​ອິນ​ເດຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ໄດ້ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມນີ້​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ, ຄ​ວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ; ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ ແລະ ຫຼາຍ​ຝ່າຍ​ໃນຫຼາຍ​ຂົງ​ເຂດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ໄດ້ ຍັງ​ໃຫ້​ຮູ້​ວ່າ ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, 2 ຝ່າຍ​ຈະ​ປຶກ​ສາ​ຫາ​ລືຫຼາຍ​ຫົວ​ເລື່ອງ​ທີ່​ກ່ຽວ​ຂ້ອງ​​ເຖິງບັນ​ດາ​ຜົນ​ກະ​ທົບ​ 2 ຝ່າຍ ແລະ ຫຼາຍ​ຝ່າຍ​ລະ​ຫວ່າງ 2 ປະ​ເທດ, ໃນ​ນັ້ນ​ມີ​ການ​ຊຸກ​ຍູ້​ການ​ຄ້າ ກໍ​ແມ່ນ​ຂົງ​ເຂດ​ສຳ​ຄັນ. ເມື່ອ​ເວົ້າ​ເຖິງ​ນະ​ໂຍ​ບາຍ​ມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ໃຫ້​ຮູ້​ວ່າ ນະ​ໂຍ​ບາຍ​ມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກຂອງ​ອິນ​ເດຍ ແມ່ນ​ແນ​ໃສ່​ສ້າງ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທາງ​ທິດ​ຕາ​ເວັນ​ອອກ ຊຶ່ງ​ລວມ​ທັງ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ຍຸດ​ທະ​ສາດ, ການ​ເມືອງ, ການ​ຕ້ານກໍ່​ການ​ຮ້າຍ, ພ້ອມ​ກັບ​ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ, ຫວຽດ​ນາມ​ແມ່ນ​ປະ​ເທດ​ສະ​ມາ​ຊິກ​ທີ່​ຂາດບໍ່​ໄດ້​ຂອງອາ​ຊຽນ ແລະ ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ໃນ ນະ​ໂຍ​ບາຍ​ມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ​ຂອງ​ອິນ​ເດຍ.
ຂ່າວ/ບົດ​ອື່ນ