ຫວຽດນາມແມ່ນໜຶ່ງໃນຈຳນວນຫ້າສະຖານທີ່ຄວນມາຢ້ຽມຢາມຢູ່ອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມແມ່ນໜຶ່ງໃນຈຳນວນຫ້າສະຖານທີ່ຄວນມາຢ້ຽມຢາມຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1
(ອ່າວຮ້າລອງ)

(vovworld) – ຫວ່າງ​ແລ້ວ​ນີ້ ​ເວັບ​ໄຊ​ທ່ອງທ່ຽວ Thrillist ຫາ​ກໍ​ປະກາດການ​ເລືອກ​ເຟັ້ນບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ທີ່ຄວນ​ມາ​ຢ້ຽມຢາມ. ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ຫ້າ​ປະ​ເທດ​ໄດ້​ຮັບ​ການ​ຕີ​ລາຄາ​ສູງສຸດ. ຕາມ​ເວັບ​ໄຊ Thrillist ​ແລ້ວ, ຫວຽດນາມ ​ມີ​ຊື່​ສຽງ ຍ້ອນ​ມີບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ ດ້ວຍທັດສະນີ​ຍະ​ພາບ​ທຳ​ມະ​ຊາດທີ່​ໃຫຍ່​ໂຕ​ມະ​ໂຫຖານ ​ແລະ ໜ້າ​ປະ​ທັບ​ໃຈຄື ປ່າ​ສະຫງວນແຫ່ງ​ຊາດ ຟອງ​ຍາ - ​ແກ​ບ່າງ. ຄຽງຂ້າງ​ນັ້ນ, ອາຫານການ​ກິນ​ຂອງ ຫວຽດນາມ ກໍ່ມີຫລາຍ​ຮູບ​ຫລາຍ​ແບບ ​ແລະ ອຸດົມສົມບູນ​ມີ​ສີສັນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ອາຊີ​ຕາ​ເວັນ​ອອກ​ເວົ້າ​ລວມ ​ແລະ ຂອງ​ແຕ່ລະ​ເຂດ​ເວົ້າ​ສະ​ເພາະ​. ນອກຈາກ​ນັ້ນ, ນ້ຳໃຈສະໜິດ​ສະໜົມ​ຂອງ​ປະຊາຊົນ​ທ້ອງ​ຖິ່ນ ກໍ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວບໍ່​ອາດຫລົງ​ລືມ​ໄດ້​​ເມື່ອ​ມາຢ້ຽມຢາມ ຫວຽດນາມ.

        ຄຽງ​ຂ້າງ ຫວຽດນາມ, ບັນດາປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ທີ່ມີ​ຊື່​ໃນ Top 5 ປະ​ເທດ​ນັ້ນແມ່ນ: ລາວ, ອິນ​ໂດ​ເນ​​ເຊຍ, ​ໄທ ​ແລະ ກຳປູ​ເຈຍ.

 

ຂ່າວ/ບົດ​ອື່ນ