ຫວ​ຽດ​ນາມແລະ EU ຊຸກ​ຍູ້​ສັນ​ຕິ​ພາບ​ຜ່ານ​​ການ​ສ​ຳ​ຜັດຫຼາຍ​ຝ່າຍ

(VOVWORLD) -ຕອນບ່າຍວັນທີ 5/8, ທີ່ ນະຄອນຫຼວງຮ່າໂນ້ຍ, ພົນເອກ ໂງ່ຊັວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ໄດ້ພົບປະແລກປ່ຽນຄຳຄິດເຫັນກັບທ່ານນາງ Federica Mogherinni, ຮອງປະທານຄະນະກຳມະການເອີຣົບ, ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີຣົບກ່ຽວກັບນະໂຍບາຍການຕ່າງປະເທດແລະການປ້ອງກັນຄວາມສະຫງົບ.
ຫວ​ຽດ​ນາມແລະ EU ຊຸກ​ຍູ້​ສັນ​ຕິ​ພາບ​ຜ່ານ​​ການ​ສ​ຳ​ຜັດຫຼາຍ​ຝ່າຍ - ảnh 1ກອງປະຊຸມພົບປະແລກປ່ຽນຄຳຄິດເຫັນລະຫວ່າງສອງຝ່າຍ (ພາບ: mod.gov.vn

ທີ່ກອງປະຊຸມພົບປະແລກປ່ຽນຄຳຄິດເຫັນ, ສອງຝ່າຍໄດ້ຢັ້ງຢືນຕໍ່ຄຳໝັ້ນສັນຍາຈະຮ່ວມແນໃສ່ເພີ່ມທະວີຄວາມມານະພະຍາຍາມໃນການຊຸກຍູ້ສັນຕິພາບແລະອຳນາດກົດໝາຍໂດຍຜ່ານການສຳຜັດຫຼາຍຝ່າຍແລະການຮ່ວມມື, ລວມທັງຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ. ສອງຝ່າຍຈະເສີມຂະຫຍາຍການພົວພັນຮ່ວມມືໃນຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ,ປົກປ້ອງບັນດາຫຼັກການ, ສິດພື້ນຖານຕາມກົດບັດສະຫະປະຊາຊາດແລະຖະແຫຼງການກ່ຽວກັບສິດທິມະນຸດ, ປະກອບສ່ວນຮັກສາລະບົບສາກົນໂດຍອີງໃສ່ຫຼັກເກນ, ສອງຄ່ອງກັບກົດໝາຍວ່າດ້ວຍມະນຸດສະທຳສາກົນຂອງຫວຽດນາມແລະສະຫະພາບເອີຣົບ; ຍູ້ແຮງການຮ່ວມມືໃນບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ລວມທັງກຳລັງຄວາມອາດສາມາດ, ບຳລຸງສ້າງໂດຍຜ່ານການເຂົ້າຮ່ວມບັນດາລາຍການຝຶກອົບຮົມຕ່າງໆ. ສອງຝ່າຍເພີ່ມທະວີເຂົ້າຮ່ວມການຮັກສາຄວາມເສລີໃນການເດີນທະເລ, ການບິນ, ປະເຊີນໜ້າກັບອາດຊະຍາກຳແບບເກົ່າແລະແບບໃໝ່ ຄື:  ຊອກຫາກູ້ໄພ, ສະກັດກັ້ນການປຸ້ນຈີ້ທາງທະເລ, ສະກັດກັ້ນການປຸ້ນຈີ້ດ້ວຍກຳປັ່ນທີ່ປະກອບອາວຸດ, ອາດຊະຍາກຳທີ່ມີການຈັດຕັ້ງແລະການຄ້າເຖື່ອນ, ທີ່ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ, ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS)….

        ກະຊວງປ້ອງກັນປະເທດຫວຽດນາມສະໜັບສະໜູນຄວາມປາດຖະໜາຂອງສະຫະພາບເອີລົບກ່ຽວກັບການເຂົ້າຮ່ວມໃນໂຄງປະກອບປ້ອງກັນຊາດປ້ອງກັນຄວາມສະຫງົບໃນພາກພື້ນອາຊີປາຊີຟິກ. ສະຫະພາບເອີລົບຫວັງວ່າ ຫວຽດນາມຈະສືບຕໍ່ມີການປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາໃນພາກພື້ນເມືຶ່ອດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ