ຫວຽດນາມແລະ Sierra Leone ເພີ່ມທະວີການຮ່ວມມືໃນຫຼາຍດ້ານ

(VOVWORLD) -ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ Nigeria ທັງເປັນຜູ້ຮັບຜິດຊອບ Sirrea Leone ຟ້າມແອງຕວນ ຫາກໍ່ຍື່ນຈົດໝາຍມອບໜ້າທີ່ຕໍ່ທ່ານ Ernest Bai Koroma, ປະທານາທິບໍດີສ. Sirrea Leone.

ຫວຽດນາມແລະ Sierra Leone ເພີ່ມທະວີການຮ່ວມມືໃນຫຼາຍດ້ານ - ảnh 1 ທ່ານປະທານາທິບໍດີ Koroma ສະເໜີໃຫ້ 2 ປະເທດ

ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກວ່າອີກ

(ພາບ: TTXVN)

ທີ່ການຕ້ອນຮັບພາຍຫຼັງພິທີຍື່ນຈົດໝາຍມອບໜ້າທີ່ຢູ່ນະຄອນຫຼວງ Freetown, ທ່ານປະທານາທິບໍດີ Koroma ສະເໜີໃຫ້ 2 ປະເທດເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກວ່າອີກ, ໃນນັ້ນສຸມໃສ່ເຂົ້າໃນຂົງເຂດກະສິກຳ, ການປະມົງ ແລະ ຂຸດຄົ້ນແຮ່ທາດ ເຊິ່ງແມ່ນບັນດາຂົງເຂດ Sirrea Leone ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ຫວຽດນາມ ມີບົດຮຽນ ແລະ ມີທ່າແຮງຫຼາຍຢ່າງ. ສ່ວນທ່ານ ເອກອັກຄະລັດຖະທູດ ຟ້າມແອງຕວນ ປາດຖະໜາວ່າຈະປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນ ເພື່ອເພີ່ມທະວີການພັດທະນາການພົວພັນລະຫວ່າງ 2 ປະເທດ ຜ່ານການຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານ, ໂດຍສະເພາະແມ່ນດ້ານການຄ້າ, ການລົງທຶນ, ການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍ…

ຕອບກັບ

ຂ່າວ/ບົດ​ອື່ນ