ຫວຽດນາມແລະ ຊະອຸດີ ອາຣັບບີ ລົງນາມໃນບົດບັນທຶກຊ່ວຍກ່ຽວກັບການປຶກສາຫາລືດ້ານການເມືອງ

(VOVWORLD) -ຫວຽດນາມ ຖືເປັນສຳຄັນໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ຊະອຸດີ ອາຣັບບີ ຫຼາຍກວ່າອີກ
ຫວຽດນາມແລະ ຊະອຸດີ ອາຣັບບີ ລົງນາມໃນບົດບັນທຶກຊ່ວຍກ່ຽວກັບການປຶກສາຫາລືດ້ານການເມືອງ - ảnh 1ພິທີລົງນາມທາງອອນລາຍບົດບັນທຶກຊ່ວຍຈຳກ່ຽວກັບປຶກສາຫາລືດ້ານການເມືອງ
(ພາບ: Bộ Ngoại giao)

ວັນທີ 05 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸນແທງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຊະອຸດີ ອາຣັບບີ ເຈົ້າຊາຍ Faisalbin Farhan Al Saud ໄດ້ລົງນາມທາງອອນລາຍບົດບັນທຶກຊ່ວຍຈຳກ່ຽວກັບການປຶກສາຫາລືດ້ານການເມືອງລະຫວ່າງກະຊວງການຕ່າງປະເທດ 2 ປະເທດ. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານລັດຖະມົນຕີ ບຸຍແທງເຊີນ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ຊະອຸດີ ອາຣັບບີ ຫຼາຍກວ່າອີກ, ເຊິ່ງແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ. ທ່ານລັດຖະມົນຕີ ບຸຍແທງເຊີນ ຕີລາຄາວ່າ ເລື່ອງລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການປຶກສາຫາລືດ້ານການເມືອງລະຫວ່າງກະຊວງການຕ່າງປະເທດ 2 ປະເທດ ຈະປະກອບສ່ວນຢ່າງແທດຈິງເຂົ້າໃນການສ້າງຂອບເຂດໃຫ້ແກ່ການເພີ່ມທະວີການຮ່ວມມືກວ່າອີກລະຫວ່າງ 2 ກະຊວງເວົ້າສະເພາະ ແລະ ລະຫວ່າງ 2 ປະເທດເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ