ຫວຽດນາມແລະ ຮາຍຕີເຊັນສັນຍາແມ່ ກ່ຽວກັບການຮ່ວມມື ດ້ານການຄ້າ ແລະ ການລົງທຶນ

ຫວຽດນາມແລະ ຮາຍຕີເຊັນສັນຍາແມ່ ກ່ຽວກັບການຮ່ວມມື ດ້ານການຄ້າ ແລະ ການລົງທຶນ - ảnh 1

​(ພາບ:baocongthuong.com.vn)

(vovworld)-  ​ວັນ​ທີ 23/7, ຢູ່​ຮ່າ​ໂນ້ຍ, ທ່ານ​ຫວູ້ຮູ​ຍຮ່ວາງ ລັດຖະມົນຕີ​ກະຊວງ​ອຸດສາຫະ​ກຳ-ການ​ຄ້າ​ຫວຽດນາມ ​ແລະ ທ່ານ Wilson  Laleau ລັດຖະມົນຕີ​ກະຊວງ​ເສດຖະກິດ ​ແລະ ການ​ເງິນ ທັງ​ເປັນລັດຖະມົນຕີ​ກະຊວງ​ອຸດສາຫະ​ກຳການ​ຄ້າຮາ​ຍຕີ ​ໄດ້​ລົງ​ນາມ​ໃນສັນຍາແມ່​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນລະຫວ່າງ​ ຫວຽ​ດນາມ-ຮາ​ຍຕີ. ນະ​ທີ່​ນີ້, ຫວຽດນາມ ​ແລະ ຮາ​ຍຕີ ລ້ວນ​ແຕ່​ມີ​ຄວາມ​​ເອົາ​ໃຈ​​ໃສ່​ຕໍ່​ການ​ຮ່ວມ​ມື, ​ແລກປ່ຽນ​ການ​ຄ້າ, ການ​ລົງທຶນ, ກະສິກຳ, ລ້ຽງສັດ, ​ເຄື່ອງ​ຕັດຫຍີບ​ເພື່ອ​ສົ່ງ​ໄປ​ຂາຍ​ຢູ່ຮາ​ຍຕີ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ສືບ​ຕໍ່​ຜັນ​ຂະຫຍາຍ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ການ​ຄ້າ​ເຂົ້າສານ ຫວຽ​ດນາມ-ຮາ​ຍຕີ. ພ້ອມ​ກັນນັ້ນຈະ​ປຶກສາ​ຫາລື​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ກໍ່ສ້າງ​ຂອງ​ຫວຽດນາມ ​ເຂົ້າຮ່ວມ​ວິວັດທະນາ​ການ​ສ້າງສາ​ປະ​ເທດ​ຮາ​ຍຕີ ຄືນ​ໃໝ່, ກໍ່ສ້າງ​ບັນດາ​ກິດຈະກຳ​ພື້ນຖານ​ໂຄງ​ລ່າງ ​ແລະ ​ເຮືອນ​ຢູ່​ຢູ່ຮາ​ຍຕີ. ທ່ານ​ເຈິ່ນຕວນ​ແອ​ງ ຮອງລັດຖະມົນຕີ​ກະຊວງ​ອຸດສາຫະ​ກຳການ​ຄ້າ​ຫວຽດນາມ ​ໃຫ້​ຮູ້​ວ່າ:

  ”ຝ່າຍ​ຮາ​ຍຕີ ຖື​ວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ຫຼາຍ​ແງ່​ມູມ, ຫຼາຍ​ຂົງ​ເຂດ. ຜ່ານ​ການ​ພົວພັນ​ຂອງ​ຮາ​ຍຕີ ກັບປະ​ເທດ​ໃນ​ທະວີບອາ​ເມ​ລິ​ກາ ກໍ່​ຄື​ອາ​ເມ​ລິ​ກາ​ກາງ ຈຳນວນ 1, ຫວຽດນາມ ສາມາດ​ນຳຜະລິດ​ຕະພັນ​ອຸດ​ສາ​ຫະກຳ​ປຸງ​ແຕ່ງ, ກໍ່ສ້າງ, ອຸດສາຫະກຳ​ເອ​ເລກ​ໂຕ​ນິກ, ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍີບ, ​ເກີບ​ໜັງ… ເຂົ້າຮ່ວມ​ບັນດາໂຄງການ​ສ້າງສາ​ປະ​ເທດ​ຮາ​ຍຕີ​. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ​ຈະ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຕົວ​ຈິງ ​ແລະ ມີ​ການ​ຊີ້​ນຳ, ກຳ​ນົດທິດ ​ແລະ ມີມາດ​ຕະການ​ລະອຽດ ​ເພື່ອ​ເພີ່ມ​ທະວີ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ກ່ວາ​ອີກ”.

 

ຂ່າວ/ບົດ​ອື່ນ