ຫວຽດນາມແລະກູບາ ຊຸກຍູ້ການຮ່ວມມື ດ້ານຕຸລາການ


ຫວຽດນາມແລະກູບາ ຊຸກຍູ້ການຮ່ວມມື ດ້ານຕຸລາການ - ảnh 1

ການ​ພົບ​ປະ​ເຈລະຈາ​ລະຫວ່າງ​ກະຊວງ​ຍຸດຕິ​ທຳ​ຫວຽດນາມ-​ກູ​ບາ

(ພາບ: baotintuc.vn)

 (vovworld)-  ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ຍຸຕິ​ທຳ​ກູ​ບາ, ຄະນະ​ຜູ້​ແທນ​ຂັ້ນສູງ​ກະຊວງ​ຍຸດຕິ​ກຳ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ຮ່າ​ຮຸ່ງ​ເກື່ອງ ນຳ​ໜ້າ​ໄດ້​ໄປ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ກູ​ບາ ​ແຕ່ວັນ​ທີ 14-15/12,  ​ເພື່ອ​ແນ​ໃສ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ກົດໝາຍ​ກັບ​ກູ​ບາ ກໍ່ຄື​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ສາມັກ​ຄີ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ເຈາລະຈາ​ກັບ​ທ່ານ Maria Asther Raeu Gonzales ລັດຖະມົນຕີກະຊວງ​ຍຸຕິ​ທຳ​ກູ​ບາ, ທ່ານ​ລັດຖະມົນຕີ​ຮ່າ​ຮຸ່ງ​ເກື່ອງ ​ໄດ້​ແຈ້ງ​​ໃຫ້​ຊາບ​ກ່ຽວ​ກັບ​ສະພາບພັດທະນາ​ເສດຖະ ກິດ​ສັງຄົມ​ຢູ່​ຫວຽດນາມ ກໍ່​ຄື​ບັນດາ​ຜົນງານທີ່​ຫວຽດນາມ ບັນລຸ​ໄດ້ ​ແລະ ສິ່ງ​ທ້າ​ທາຍຊື່​ງຫວຽດນາມ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ໃນ​ວິວັດ​ການ​ຫັນ​ເປັນ​ໂລກາ​ພິບັດ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ​ຢ່າງຮອບດ້ານ. ສ່ວນ​ທ່ານ​ລັດຖະມົນຕີ Maria Gonzales ຢືນຢັນ​ວ່າ: ການ​ຢ້ຽມຢາມ​ຂອງ​ຄະນະ​ໄດ້ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ, ພ້ອມ​ທັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ກະຊວງ​ແບ່ງປັນ​ບົດຮຽນ ​ແລະ ຫັນ​ບັນດາ​ຄຳໝັ້ນສັນຍາ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕຸລາການ​ເປັນ​ລະອຽດ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ​ຮ່າ​ຮຸ່ງ​ເກື່ອງ  ​ແລະ ທ່ານ​ລັດຖະມົນຕີ​ Maria Gonzales ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ຍຸດຕິ​ທຳ./.

 

ຂ່າວ/ບົດ​ອື່ນ