ຫວຽດນາມແລະກູບາເພີ່ມທະວີການຮ່ວມມືໃນການປ້ອງກັນ,ຕ້ານອາດຊະຍາກຳ

ຫວຽດນາມແລະກູບາເພີ່ມທະວີການຮ່ວມມືໃນການປ້ອງກັນ,ຕ້ານອາດຊະຍາກຳ - ảnh 1
ພົນ​ເອກ ເຈີ່ນ​ດ້າຍກວາງ
(ພາບ​ປະ​ກອບ​ຈາກ Quang Hòa/TTXVN)

(vovworld) – ໂດຍ​ໄດ້​ຮັບ​ຄຳ​ເຊີ​ນ​ຂອງ​ທ່ານພົນ​ໂທ  Abelardo Colomé Ibrarra, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ກູ​ບາ, ແຕ່​ວັນ​ທີ 21 – 25/3, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ ຕຳຫຼວດ ຫວຽດ​ນາມ ໂດຍ​ພົນ​ເອກ ເຈີ່ນ​ດ້າຍກວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳຫຼວດ ນຳ​ໜ້າ, ​ໄດ້​ໄປຢ້ຽມ​ຢາມ ກູ​ບາ ຢ່າງ​ເປັນ​ທາງ​ການ. ໃນ​ການ​ເຈ​ລະ​ຈາ​ເມື່ອ​ຕອນ​ບ່າຍ​ວັນ​ທີ 23/3, ທ່ານ​ລັດ​ຖະ​ມົນ​ຕີ​ ເຈີ່ນ​ດ້າຍກວາງ ຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ສຳ​ລັບ​ພາ​ລະ​ກິດ​ຕໍ່​ສູ້ອັນ​ເປັນ​ທຳ​ຂອງປະ​ຊາ​ຊົນ ກູ​ບາ ວິ​ລະ​ຊົນ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ການ​ນຳ​ພາ​ທີ່​ສະ​ຫຼາດ​ສ່ອງ​ໃສຂອງ​ພັກ​ກອມ​ມູ​ນິດ ກູ​ບາ, ປະ​ຊາ​ຊົນ ກູ​ບາ ຈະ​ຜ່ານ​ຜ່າ​ທຸກໆ​ຄວາມ​ຫຍຸ້ງ​ຍາກ, ການ​ທ້າ​ທາຍ, ສືບ​ຕໍ່​ຍາດ​ໄດ້​ບັນ​ດາ​ຜົນ​ງານ​ໃຫຍ່ຫຼວງ​ກ່​ວາ​ເກົ່າ​ໃນ​ພາ​ລະ​ກິດ​ປະ​ຕິ​ວັດ​ອັນ​ສູງ​ສົງ​ຂອງ​ຕົນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ອາ​ຊະ​ຍາ​ກຳ​ມີ​ການ​ຈັດ​ຕັ້ງ, ຂ້າມ​ຊາດ, ການກໍ່​ການ​ຮ້າຍ, ຢາ​ເສບ​ຕິດ, ຄ້າ​ຂາຍ​ມະ​ນຸດ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ…


ຂ່າວ/ບົດ​ອື່ນ