ຫວຽດນາມແລະກູບາເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ

ຫວຽດນາມແລະກູບາເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ - ảnh 1
ພົນໂທ Leopoldo Cintra Frias ແລະ ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່​ ຫງວຽນ​ຟູ໋​ຈ້ອງ
(ພາບ: Trí Dũng - TTXVN)

 (vovworld) – ຕອນ​ບ່າຍ​ວັນ​ທີ 22/12, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຕິ​ວັດ ກູ​ບາ ໂດຍພົນໂທ Leopoldo Cintra Frias, ກຳ​ມະ​ການ​ກົມ​ການ​ເມືອງ, ກຳ​ມະ​ການ​ສະ​ພາ​ແຫ່ງ​ລັດ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຕິ​ວັດ ກູ​ບາ ນຳ​ໜ້າ​ພວມຢູ່​ຢ້ຽມ​ຢາມ​ຫວຽດ​ນາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຕິ​ວັດ ກູ​ບາ ​ຈະປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງກອງ​ທັບ 2 ປະ​ເທດ​ເວົ້​າ​ສະ​ເພາະ, ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ພັກ, 2 ລັດ​ຖະ​ບານ ແລະ ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ - ກູ​ບາ ເວົ້​າ​ລວມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຢັ້ງ​ຢືນ: ການ​ສະ​ໜັບ​ສະ​ໜູນ​​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ຂອງ​ພັກ ແລະ ປະ​ຊາ​ຊົນ ຫວຽດ​ນາມ ​ຕໍ່​ພາ​ລະ​ກິດ​ຕໍ່​ສູ້​ວິ​ລະ​ຊົນ​ຂອງ​ພັກ ແລະ ປະ​ຊາ​ຊົນ ກູ​ບາ. ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ຝາກ​ຄຳ​ອວຍ​ພອນ​ເຖິງ​ການນ​ຳ​ຂັ້ນ​ສູງ ພັກ, ລັດ ກູ​ບາ ກ່ຽວ​ກັບ​ໄຊ​ຊະ​ນະ​ຂອງ​ພັກ​, ປະ​ຊາ​ຊົນ ກູ​ບາ ໃນ​ການ​ຕໍ່​ສູ້ບໍ່​ຮູ້​ອິດບໍ່​ຮູ້​ເມື່ອຍ​ໃນ​ຕະຫຼອດ 50 ປີ​ຜ່ານ​ມາ, ພາ​ໄປ​ເຖິງ​ເລື່ອງ ອາ​ເມ​ລິ​ກາ ຖະ​ແຫຼງ​ສ້າງ​ການ​ພົວ​ພັນ​ກັບ ກູ​ບາ ເປັນ​ປົກ​ກະ​ຕິ.

        ພົນໂທ Leopoldo Cintra Frias ແຈ້ງ​ໃຫ້​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ຮັບ​ຊາບ​ກ່ຽວ​ກັບ​ໝາກ​ຜົນ​ແຫ່ງ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ, ​ກົມ​ກອງ​ຂອງ​ກະ​ຊວງ​ປ້ອງ​ກັນ​​ປະ​ເທດ, ຢັ້ງ​ຢືນ​ຈະ​ຕັດ​ສິນ​ໃຈ​ຊຸກ​ຍູ້ ແລະ ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ, ​ສັດ​ຊື່​ບໍ​ລິ​ສຸດ ແລະ ການ​ຮ່ວມ​ມື​ແບບ​ຢ່າງ​ລະ​ຫວ່າງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ ກູ​ບາ - ຫວຽດ​ນາມ ກ່​ວາ​ອີກ.

 


ຂ່າວ/ບົດ​ອື່ນ