ຫວຽດນາມ​​ແລະ​ກາ​ນາ​ດາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ

        ຫວຽດນາມ​​ແລະ​ກາ​ນາ​ດາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ  ຟ້າ​ມບິ່ງ​ມິ​ງ
ແລະ ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ກາ​ນາ​ດາ


(vovworld) - ວັນ​ທີ 5/9/2016 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ກາ​ນາ​ດາ Stephane Dion. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ ​ແລະ ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ກາ​ນາ​ດາ Stephane Dion ​ໄດ້​ແລກປ່ຽນ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ໃນ​ໄລຍະ​ຈະ​ມາ​ເຖິງ​ກວ່າ​ອີກ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ, ຖື​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ຊ່ວຍ​ເຫຼືອ​ພັດທະນາ​ແມ່ນ​ບັນດາ​ຂົງ​ເຂດ​ຈຸດ​ສຸມ​ທີ່​ຄວນ​ສຸມ​ໃສ່​ຊຸກ​ຍູ້​ໃນ​ໄລຍະ​ຈະ​ມາ​ເຖິງ. ສອງ​ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ, ​ໃນ​ນັ້ນ​ມີ​ເລື່ອງ​ປະຕິບັດ​ແຜນການ​ດຳ​ເນີນ​ງານ ອາ​ຊຽນ - ກາ​ນາ​ດາ 2016-2020.

        ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ຕ່າງ​ມີ​ຄວາມ​ສົນ​ໃຈ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​​ແລະ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ກາ​ນາ​ດາ Stephane Dion ​ໄດ້​ແບ່ງປັນ, ຕີ​ລາຄາ​ກ່ຽວ​ກັບ​ສະພາບ​ການ​ເມືອງ - ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ. ສອງ​ຝ່າຍ​ຍັງ​ແລກປ່ຽນ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ, ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ