ຫວຽດນາມແລະກຳປູເຈຍສືບຕໍ່ບັນລຸໄດ້ບັນດາຂໍ້ຕົກລົງໃຫມ່ກ່ຽວກັບບັນຫາຂີດເສັ້ນຊາຍແດນທາງບົກ

ຫວຽດນາມແລະກຳປູເຈຍສືບຕໍ່ບັນລຸໄດ້ບັນດາຂໍ້ຕົກລົງໃຫມ່ກ່ຽວກັບບັນຫາຂີດເສັ້ນຊາຍແດນທາງບົກ - ảnh 1
ກອງ​ປະ​ຊຸມ​ຂັ້ນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຂີດ​ເສັ້ນ​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ -ກຳ​ປູ​ເຈຍ
ພາບ:vnexpress.net

(vovworld)- ແຕ່​ວັນ​ທີ 29-30/8/2016 ຢູ່ ນະ​ຄອນ​ຫລວງ ພະ​ນົມ​ເປັນ ປະ​ເທ​ດ​ກຳ​ປູ​ເຈຍ, ຫວຽດ​ນາມ ແລະ ກຳ​ປູ​ເຈຍ ໄດ້​ຈັດ​ກອງ​ປະ​ຊຸມ​ຂັ້ນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຂີດ​ເສັ້ນ​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ -ກຳ​ປູ​ເຈຍ. ທີ່ກອງ​ປະ​ຊຸມ, ສອງ​ຝ່າຍ​ໄດ້​ເຫັນ​ດີເຄົາ​ລົບ​ບັນ​ດາ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ການ​ວາງ​ແຜນ​ກຳ​ນົດ ແລະ ຂ​ໍ້​ຕົກ​ລົງ​ສະ​ບັບ​ອື່ນທີ່​ກ່ຽວ​ຂ້ອງ​ລະ​ຫວ່າງ​ສອງ​ປະ​ເທດ ກ່ຽວ​ກັບ​ຊາຍ​ແດນ ​ຜືນ​ແຜ່ນ​ດິນ, ສືບ​ຕໍ່​ແລກ​ປ່ຽນ​ບັນ​ດາ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ຜູ້​ຊ່ຽວ​ຊານ​ໃຫ້​ຄຳ​ປຶກ​ສາ​ສາ​ກົນ ຫນູນ​ຊ່ວຍ​ແກ້​ໄຂ​ ເສັ້ນ​ຊາຍ​ແດ​ນ​ບາງ​ຕອນ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຂີດ​ເສັ້ນ​​ຊາຍ​ແດນແລະ​ປ​ັກ​ຫລັກ​ໝາຍ​ຊາຍ​ແດນໃຫ້​ເຖິງ​ຖອງ ເພື່ອ​ບັນ​ລຸ​ໝາກ​ຜົນ​ຢ່າງ​ພ​າ​ວະ​ວິ​ໄສ, ວິ​ທະ​ຍາ​ສາດ, ຊັດ​ເຈນ. ຕັ້ງ​ຫນ້າ​ຊຸກ​ຍູ້​​ການຜັນ​ຂະ​ຫຍາຍ​ການກໍ່​ສ້າງ​ຫລັກ​ໝາຍ​ສຳ​ຮອງ. ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ຊາຍ​ແດນ, ສອງ​ຝ່າຍ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ​ ສະ​ພາບ​ການ​ຢູ່​ເຂດ​ຊາຍ​ແດນ​ສອງ​ປະ​ເທດ​ມີ​ສະ​ຖຽນ​ລະ​ພາບ​ໂດຍ​ພື້ນ​ຖານ, ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ຢູ່​ເຂດ​ຊາຍ​ແດນ​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ. ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ລະ​ຫວ່າງ​ບັນ​ດາ​ແຂວງ​ຊາຍ​ແດນ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ໄປ​ເປັນ​ປະ​ຈຳ. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ຢູ່​ເຂດ​ຊາຍ​ແດນ​ສອງ​ປະ​ເທດ ສືບ​ຕໍ່​ໄດ້​ຮັບ​ຄວາ​ມ​ສົນ​ໃຈ ແລະ ຍູ້​ແຮງ. ສິ້ນ​ສຸດກອງ​ປະ​ຊຸມ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ໝາກ​ຜົນ​ວຽກ​ງານ, ສົ່ງ​ເຖິງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ສືບ​ຕໍ່​ພິ​ຈາ​ລະ​ນາ​ເພື່ອ​ແກ້​​​ເນື່ອງ​ໃນ​ໂອ​ກາດທີ່​ຄະ​ນະ​ຫວຽດ​ນາມ ໂດຍ​ທ່ານ ເລ​ຮ່​ວາຍ​ຈູງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຂີດ​ເສັ້ນ​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ ໄດ້​ເຂົ້າ​ຢ້ຽມ​ທ່ານ Park Sokhonn, ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ ກຳ​ປູ​ເຈຍຕາມ​ພິ​ທີ​ການ​ທູດ.

 

ຕອບກັບ

ຂ່າວ/ບົດ​ອື່ນ