ຫວຽດນາມແລະກຳປູເຈຍສຳຫຼວດສະຖານທີ່ຕົວຈິງຢູ່ເຂດຊາຍແດນ

ຫວຽດນາມແລະກຳປູເຈຍສຳຫຼວດສະຖານທີ່ຕົວຈິງຢູ່ເຂດຊາຍແດນ - ảnh 1
ກ​ານ​ລາດ​ຕາ​ເວນ​ເຂດ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ​ຢູ່​ແຂວງ ກຽນ​ຢາງ
(ພາບ: Bùi Như Trường Giang/TTXVN)

(vovworld) – ໂດຍ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ ກຳ​ປູ​ເຈຍ, ວັນ​ທ​ີ 16/7, ກຸ່ມ​ປະ​ຕິ​ບັດ​ງານ​ປະ​ສົມ ຫວຽດ​ນາມ - ກຳ​ປູ​ເຈຍ ໄດ້​ລົງ​ສຳຫຼວດ​ຢູ່​ບໍ​ລິ​ເວນ​ລະ​ຫວ່າງ​ເສົາຫຼັກ​ໝາຍ​ເລກ​ທີ 202 – 203 ຂຶ້ນ​ກັບ​ບ້ານ ບີ່ງ​ບັກ, ຕະ​ແສງ ບີ່ງ​ຮ່​ວາ​ໄຕ, ເມືອງ ໂມກ​ຮ໋​ວາ, ແຂວງ ລອງ​ອານ, ຫວຽດ​ນາມ, ບ່ອນ​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຍ້ອນ​​ບຸກ​ຄົນ​ຫົວ​ຮຸນ​ແຮງ​ຊາວ ກ​ຳ​ປູ​ເຈຍ ​ຈຳ​ນວນ​ໜຶ່ງກໍ່​ຂຶ້ນ​ເມື່ອ​ວັນ​ທີ 28/6. ຢູ່​ສະ​​ຖານ​ທີ່​ຕົ​ວ​ຈິງ, 2 ຝ່າຍ​ໄດ້​ກວດ​ກາ, ເຮັດ​ແຈ້ງ​ສະ​ຖານ​ທີ່​ເກີ​ດ​ເຫດ, ພ້ອມ​ທັງ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​​ຜູ້​ເຫັນ​ເຫດ​ການ​ຂອງ​ທັງ 2 ປະ​ເທດ ແລະ ຢັ້ງ​ຢືນ​ສາຍ​ເຫດກໍ່​ໃຫ້​ເກີດ​ເຫດ​ການ​ດັ່ງ​ກ່າວ. ກຸ່ມ​ປະ​ຕິ​ບັດ​ງານ​ຝ່າຍ ກຳ​ປູ​ເຈຍ ໄດ້​ຢື້​ຢາມ​ຖາມ​ຂ່າວ ແລະ ປາດ​ຖະ​ໜາ​ຢາກ​ໄດ້​ຮັບ​​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຈາກ​ຊາວ ຫວຽດ​ນາມ ຜູ້​ຖືກ​ຮັບ​ບາດ​ເຈັບ​. ພາຍຫຼັງ​ສິ້ນ​ສຸດ​ການ​ເຮັດ​ວຽກ​ຢູ່​ສະ​ຖານ​ທີ່​ຕົວ​ຈິງ, 2 ຝ່າຍ​ດຳ​ເນີນ​ການ​ເຈ​ລະ​ຈາ​ຢູ່ແຂວງ Svay Rieng, ປະ​ເທດ ກຳ​ປູ​ເຈຍ ແລະ ຕົກ​ລົງ​​ກັນວ່າ: ບໍ່​ປະ​ໃຫ້​ເກີດ​ສະ​ພາບ​ການ​ຄ້າຍ​ຄື​ກັນ​​​ກັບເຫດ​ການ​ເມື່ອ​ວັນ​ທີ 28/6 ຢ່າງ​ເດັດ​ຂາດ, ພ້ອມ​ທັງຢືນ​ຢັນ​ວ່າ ເຄົາ​ລົບ​ບັນ​ດາ​ສົນ​ທິ​ສັນ​ຍາ ແລະ ສັນ​ຍາ​ທີ່​ໄດ້​ລົງ​ນາມ​ ແລະ ຖະ​ແຫຼງ​ຂ່າວ​ຮ່ວມ​ເຊັນ​ໃນ​ວັນ​ທີ 17/1/1995.


ຂ່າວ/ບົດ​ອື່ນ