ຫວຽດນາມແລະຈີນກວດກາສະຫະພັນອາຊີບຫາປາຢູ່ອ່າວພາກເໜືອຄັ້ງທີ 11

ຫວຽດນາມແລະຈີນກວດກາສະຫະພັນອາຊີບຫາປາຢູ່ອ່າວພາກເໜືອຄັ້ງທີ 11 - ảnh 1
ກອງ​ບັນຊາ​ການ​ຕຳຫຼວດ​ທະ​ເລ ຫວຽດນາມ
ສົມທົບ​ກັບ​ກຳລັງ​ຕຳຫຼວດ​ທະ​ເລ ຈີນ, ດຳ​ເນີນ​ການລາດຕະ​ເວນ​ລວມ
(ພາບ: canhsatbien)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 17/04 – 23/4, ກອງ​ບັນຊາ​ການ​ຕຳຫຼວດ​ທະ​ເລ ຫວຽດນາມ ສົມທົບ​ກັບ​ກຳລັງ​ຕຳຫຼວດ​ທະ​ເລ ຈີນ, ດຳ​ເນີນ​ການລາດຕະ​ເວນ​ລວມ ​ເພື່ອ​ກວດກາ​ສະຫະພັນ​ຫາ​ປາ​ຢູ່​ເຂດ​ຫາ​ປາ​ລວມ​ໃນ​ອ່າວ​ພາກ​ເໜືອ​ຄັ້ງ​ທີ 11. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ກຳລັງ​ຕຳຫຼວດ​ທະ​ເລ​ສອງ​ປະ​ເທດ​ທີ່​ຈັດ​ຕັ້ງ​ປະຈຳ​ປີ, ​ເພື່ອ​ແນ​ໃສ່​ກວດກາ​ການ​ເຄື່ອນ​ໄຫວ​ຫາ​ປາ​ຂອງ​ຊາວ​ປະມົງ​ສອງ​ປະ​ເທດ​ຢູ່​ເຂດ​ຫາ​ປາ​ລວມ​ແມ່ນ​ອ່າວ​ພາກ​ເໜືອ, ປະຕິບັດ​ໜ້າ​ທີ່​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ຢູ່​ເຂດ​ນີ້. ຜ່ານ​ນັ້ນ​ໂຄສະນາ, ຂົນຂວາຍ​ຊາວ​ປະມົງ​ປະຕິບັດ​ບັນດາ​ນະ​ໂຍບາຍ, ກົດໝາຍ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ຫາ​ປາ, ຂຸດ​ຄົ້ນ​ຊັບພະຍາກອນ​ທະ​ເລ​ເປັນ​ຢ່າງ​ດີ. ​ໃນ​ວັນ​ທີ 19/4, ກຳລັງ​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ກວດກາ​ບັນດາ​ກຳ​ປັ່ນ​ຫາ​ປາ​ຢູ່​ເຂດ​ຫາ​ປາ​ລວມ.ພ້ອມ​ກັນ​ນັ້ນ, ກຳລັງ​ຕຳຫຼວດ​ທະ​ເລ​ສອງ​ຝ່າຍ​ຍັງ​ຈັດຕັ້ງ​ການ​ພົບ​ປະ​ແລກປ່ຽນ​ບົດຮຽນ, ກວດກາ​ບັນດາ​ກຳ່​ປັ່ນ​ຫາ​ປາ​ທີ່​ເຄື່ອນ​ໄຫວ​ບົນ​ທະ​ເລ ​ແລະ ​ແຈ້ງ​ໃຫ້​ຊາບກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ຂໍ້​ກຳນົດ, ສັນຍາ​ຮ່ວມ​ມື​ໃນ​ອາຊີບ​ຫາ​ປາ​ຂອງ​ຊາວ​ປະມົງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ