ຫວຽດ​ນາມແລະຈີນປືກສາຫາລືກ່ຽວກັບບັນຫາ​ທະ​ເລຕາ​ເວັນ​ອອກ

ຫວຽດ​ນາມແລະຈີນປືກສາຫາລືກ່ຽວກັບບັນຫາ​ທະ​ເລຕາ​ເວັນ​ອອກ - ảnh 1
ທ່າ​ນ ຟ້າມ​ບີງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ທ່ານ ຫວາງ​ອີ້, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ
ພາບ:dantri.com

(vovworld)-​ຢູ່ນອກກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 48(AMM 48) ຢູ່ ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ, ວັນ​ທີ 4/8, ທ່າ​ນ ຟ້າມ​ບີງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ ທ່ານ ຫວາງ​ອີ້, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ. ທີ່​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ການ​ຊຸກ​ຍູ້ ແລະ ກະ​ກຽມ​ໃຫ້​ບັນ​ດາ​ການ​ຢ້ຽ​ມ​ຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ເປັນ​ຢ່າງ​ດີ. ສອງ​ຝ່າຍ​ກໍ​ເຫັນ​ດີ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຂອງ​ສອງ​ປະ​ເທດ, ເສີມ​ຂະ​ຫຍາຍ​ບົດ​ບາດ​ແມ່ນ​ອົງ​ການ​ປະ​ສານ​ງານ​ຂອງ​ຄ​ະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ໃນ​ບັນ​ດາ​ຂົງ​ເຂດ, ເປັນ​ຕົ້ນ​ແມ່ນ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ແລະ ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ. ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ຮອງນ​າ​ຍົກ​ລັດ​ຖະ​ມົນ​ຕີ​ ຟ້າມ​ບີງ​ມີງ ຢືນ​ຢັນ: ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ທີ່​ສຸດ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ເປີດກວ້າງ, ບູ​ລະ​ນະ, ກໍ່​ສ້າງ​ເກາະ​ຫີນ, ເຮັດ​ໃຫ້​​ສະ​ພາບ​ເດີມຢູ່​ທະ​ເລ​ຕາ​ເວັນ​ອອກປ່ຽນ​ແປງ ແລະ ເນັ້ນ​ຫນັກ​ວ່າ ນີ້​ກໍ​ແມ່ນ​ຄວາມ​ສົນ​ໃຈ​ຢ່າງ​ເລິກ​ເຊິ່ງ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ເພາະ​ບັນ​ຫານີ້​ສົ່ງ​ຜົນ​ສະ​ທ້ອນ​ໂດຍ​ກົງ​ເຖິງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພ​າບ ແລະ ຢືນ​ຢັນ​ວ່າ: ຈີນ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ອາ​ຊຽນ, ບັນ​ດາ​ປະ​ເທດ ອາຊຽນ ປາດ​ຖະ​ຫນາ​ວ່າການ​ພົວ​ພັນ​ລະ​ຫວ່າ​ງ ອາ​ຊຽນ ແລະ ຈີນ ​ຈະພ​ັດ​ທະ​ນາ​ຢ່າງ​ປອດ​ໃສ. ການ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ເປັນ​ຢ່າງ​ດີ ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ ລະ​ຫວ່າງ ອາ​ຊຽນ ແລະ ຈ​ີນ. ທ່ານ ຫວາງອ​ີ້, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ຢືນ​ຢັນ​ວ່າ: ຈີນ ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​ຂັ້ນ​ສູງ​​ລະ​ຫວ່າງສອງ​ພັກ, ສອງ​ລັດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ຝ່າຍ, ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງຂຶ້ນ​ຕື່ມ, ​ການແກ້​ໄຂ​ຄວາມບໍ່​ລົ​ງ​ລອຍ​ກັນ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​​​ໃຫ້ບັນ​ລຸ​ຄວາມ​ຄືບ​ຫນ້າ​ໃຫມ່ ແລະ ປາດ​ຖ​ະ​ຫນາ​ຢາກ​ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື ອາ​ຊຽ​ນ - ຈີນ ໃນ​ການ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ຢູ່ ທະ​ເລ​ຕາ​ເວັນ​ອອກ, ໃນ​ນັ້ນ ມີ​ຂໍ້​ສະ​ເຫນີ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ຢູ່​ທະ​ເລ​.

ຂ່າວ/ບົດ​ອື່ນ