ຫວຽດນາມແລະຈີນສູ້ຊົນຍົກວົງເງິນການຄ້າສອງສົ້ນຂຶ້ນ100ຕື້USDໃນປີ2017

ຫວຽດນາມແລະຈີນສູ້ຊົນຍົກວົງເງິນການຄ້າສອງສົ້ນຂຶ້ນ100ຕື້USDໃນປີ2017 - ảnh 1
(ພາບປະກອບ: TTXVN)

(vovworld) - ​ ​ ກອງ​ປະຊຸມ​ຄັ້ງ​ທີ 9 ຄະນະ​ກຳມະການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ຫວຽດນາມ - ຈີນ ​ໄຂ​ຂຶ້ນ​ໃນ​ວັນ​ທີ 20/10, ຢູ່​ນະຄອນຫຼວງ​ປັກ​ກິ​ງ. ຄະນະ​ຜູ້​ແທນ​ຫວຽດນາມ​ ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ ຫງວຽນ​ເກິມ​ຕູ໋ ​ເປັນ​ຫົວໜ້າ​ຄະນະ. ທີ່​ກອງ​ປະຊຸມ, ສອງ​ຝ່າຍ​ບັນລຸ​ໄດ້​ຄວາມ​ຮັບ​ຮູ້​ລວມ​ໃນ​ຂົງ​ເຂດ​ຕ່າງໆ: ​ແລກປ່ຽນ​ມາດ​ຕະການ​ຕ່າງໆ​ເພື່ອ​ແນ​ໃສ່​ປະຕິບັດ​ຄາດໝາຍ​ໂດຍ​ການ​ນຳ​ສອງ​ປະ​ເທດ​ວາງ​ອອກ​, ນັ້ນແມ່ນຍົກ​ວົງ​ເງິນການ​ຄ້າ​ສອງ​ສົ້ນ​ໃຫ້ຂຶ້ນ​ເຖິງ 100​ ຕື້USD​ ໃນ​ປີ 2017 ​ແລະ ​ແກ້​ໄຂ​ບັນຫາ​ນຳ​ເຂົ້າ​ເກີນ​ດຸນຈາກ​ຈີນ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ຄ້າ​ຜະລິດຕະພັນ​ກະ​ເສດ ​ເພື່ອ​ຊຸກຍູ້​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນຳ້ຂອງ​ຫວຽດນາມ​ ໄປ​ຍັງ​ຈີນ. ສອງ​ຝ່າຍ​ຢືນຢັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ປະກອບສ່ວນ​ປະຕິບັດ​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ສິ້ນ​ສຸດ​ກອງ​ປະຊຸມ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ກອງ​ປະຊຸມ​ຄັ້ງ​ທີ 9 ຄະນະ​ກຳມະການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຫວຽດນາມ - ຈີນ.

        ວົງ​ເງິນ​ການ​ຄ້າ​ຫວຽດນາມ -ຈີນ ປີ 2014 ບັນລຸ​ໄດ້​ເກືອບ 59 ຕື້ USD. ​ໄລ່​ຮອດ​ທ້າຍ​ເດືອນ 9/2015, ວົງ​ເງິນ​ການຄ້າ​ສອງ​ຝ່າຍ​ຫວຽດນາມ - ຈີນ​ບັນລຸ​ໄດ້​ກວ່າ 49 ຕື້ USD.

ຂ່າວ/ບົດ​ອື່ນ