ຫວຽດນາມແລະຈີນແບ່ງປັນບົດຮຽນໃນຂົງເຂດພັດທະນາເສດຖະກິດເຂດຊົນເຜົ່າສ່ວນໜ້ອຍ

ຫວຽດນາມແລະຈີນແບ່ງປັນບົດຮຽນໃນຂົງເຂດພັດທະນາເສດຖະກິດເຂດຊົນເຜົ່າສ່ວນໜ້ອຍ - ảnh 1
ທ່ານ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ກາ​ນ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ອຽນ​ບ໋າຍ
ຕ້ອນ​ຮັບຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່​າ​ຈີນ
(ພາບ​ປະ​ກອບ: vietnamplus)

(vovworld) - ວັນ​ທີ 03/06, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່​າ​ຈີນ ໂດຍ​ທ່ານ ລີຈາວ, ຮອງ​ລັດ​ຖະ​ມົ​ນ​ຕີ, ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ ເປັນ​ຫົວ​ໜ້າ​ຄະ​ນະໄດ້​ມາ​ຢ້ຽມ​ຢາມ ແລະ ຊອກ​ຮູ້​ວຽກ​ງານ​ຊົນ​ເຜົ່າ​ກັບ​ບັນ​ດາ​ອົງ​ການ​ປະ​ຈຳ​ການ​ຄະ​ນະ​ຊີ້​ນຳ​ເຂດ ໄຕ​ບັ໋ກ (ໝາຍ​ເຖິງທິດ​ຕາ​ເວັນ​ຕົກ​ສຽງເໜືອ). ທີ່​ການ​ເຮັດ​ວຽກ, ທ່ານ​ນາງ ຮ່​ວາງ​ທິ​ແຮ້ງ, ຮອງ​ລັດ​ຖະ​ມົນ​ຕີ, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ບັ໋ກ, ​ເນັ້ນ​ໜັກ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ຫວຽດ​ນາມ ໄດ້​ມີ​ບັນ​ດາ​ນະ​ໂຍ​ບາຍ​ເພື່​ອ​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃຫ້​ເຂດ​ຊົນເຜົ່າ​ສ່ວນ​ໜ້ອຍ ໃນ​ທົ່ວ​ປະ​ເທດ​ເວ​ົ້າ​ລວມ ແລະ ປະ​ຊາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຂດ​ໄຕ​ບັ໋ກ ເວົ້າ​ສະ​ເພາະ. ຢູ່​ເຂດ​ໄຕ​ບັ໋ກ, ປະ​ຊາ​ຊົນ​ເຜົ່​າສ່ວ​ນ​ໜ້ອຍ​ໃນ​ເຂດ​ໄດ້​ຮັບ​ການ​ປັບ​ປຸງ​​ນັບ​ທັງ​​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈຢ່າງ​​ເຫັນ​ໄດ​້​ຊັດ. ທ່ານ​ນາງ ຮ່​ວາງ​ທິ​ແຮ້ງ ຢືນ​ຢັນ​ວ່າ: ເລື່ອງ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​ກ​ຳ​ມະ​ການ​ຊົນ​ເຜົ່າ​ຈີນ ມາ​ຊອກ​ຮູ້, ແລກ​ປ່ຽນ​ຂໍ້​ມູນ, ແບ່ງ​ປັນ​ບົດ​ຮຽນ ແລະ ຮ່ວມ​ມື​ຈ​ະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ, ກໍ​ຄື​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ເຂດ​ຕິດ​ກັ​ບ​ຊາຍ​ແດນ​ຫວຽດ​ນາມ ແລະ ຈີນ. ພ້ອມ​ທັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ 2 ຝ່າຍ​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ເຊິ່ງ​ກັນ ແລະ ກັນ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ລົງ​ທຶນ, ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ແຕ່​ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ