ຫວຽດນາມແລະຈີນແລກປ່ຽນບົດຮຽນໃນວຽກງານກວດກາ,ກໍ່ສ້າງພັກ

ຫວຽດນາມແລະຈີນແລກປ່ຽນບົດຮຽນໃນວຽກງານກວດກາ,ກໍ່ສ້າງພັກ - ảnh 1
ທ່ານ ​ເຈີ່ນ​ກວກ​ເວື້ອງ, ຫົວໜ້າ​ຄະນະ​ກຳມະການ​ກວດ​ກາສູນ​ກາງ ​
(ພາບ: ສຳນັກຂ່າວສານ ຫວຽນາມ)

(vovworld) - ​​ໃນ​ຂອບ​​ເຂດ​ການ​ຢ້ຽມຢາມ​ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢູ່ ຈີນ​, ຕອນ​ບ່າຍ​ວັນ​ທີ 11/9, ທ່ານ ​ເຈີ່ນ​ກວກ​ເວື້ອງ, ຫົວໜ້າ​ຄະນະ​ກຳມະການ​ກວດ​ກາສູນ​ກາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ອູ​ຈວງ​ເຊິ​ງ, ​ເລຂາ​ຄະນະ​ກຳມະການ​ກວ​ດກາກົດ​ວິ​ໄນ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ຊົນ​ເຜົ່າ​ຈວາງ, ​ແຂວງ ກວາງ​ສີ,ປະ​ເທດ ຈີນ. ທີ່​ການ​ຕ້ອນຮັບ, ທ່ານ ​ເຈ່ີນ​ກວກ​ເວື​້ອງ ​ໄດ້​ເນັ້ນ​ໜັກ​ວ່າ​: ຄະນະ​ກຳ​ມະ​ການ​ກວດກາ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ສະໜັບສະໜູນ​ອົງການ​ກວດກາ​ພັກ ບັນດາ​ທ້ອງ​ຖິ່ນ 2 ປະ​ເທດ ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ, ຮ່ວມ​ມື, ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ດ້ວຍ​ຫຼາຍ​ການ​ຢ່າງ​ທີ່ມີ​ໄຫວ​ພິບ, ຜ່ານ​ນັ້ນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດຮຽນ​ຂອງ​ແຕ່ລະ​ຝ່າຍ​ໃນ​ຂົງ​ເຂດ​ກໍ່ສ້າງ​ພັກ ​ແລະ ປ້ອງ​ກັນ, ຕ້ານ​ການ​ສໍ້​ລາ​ດບັງ​ຫຼວງ, ປະກອບສ່ວນ​ຢ່າງ​ແທ​​ດຈິງ​ເຂົ້າ​ໃນ​ພາລະກິດ​ປ່ຽນ​ໃໝ່, ປະຕິ​ຮູບ, ​ເປີດ​ປະຕູ ​ແລະ ກໍ່ສ້າງ​ສັງຄົມ​ນິຍົມ​ຢູ່​ແຕ່ລະ​ປະ​ເທດ. ທ່ານ​ເລຂາ​ຄະນະ​ກຳມະການ​ກວດກາ​ກົດ​ວິ​ໄນ ກວາງສີ ອູ​ຈວງ​ເຊິ​ງ ຢັ້ງຢືນ​ວ່າ: ບັນດາ​ຄະນະ​ພັກ​ຂອງ​ ກວາງສີ ປາດ​ຖະໜາ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ​ຫຼາຍ​ກ່ວາ​ອີກ. ພິ​ເສດ​ແມ່ນ​ການ​​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ກໍ່ສ້າງ ​ແລະ ປັບປຸງ​ພັກ, ຄຸ້ມ​ຄອງ​ພະນັກງານ, ປ້ອງ​ກັນ, ຕ້ານ​ການສໍ້ລາດ​ບັງ​ຫຼວງ, ​ເຮັດ​ໃຫ້​​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ ຈີນ - ຫວຽດນາມ ​ອຸດົມສົມບູນ​ຢ່າງ​ບໍ່​ຢຸດ​ຢັ້ງ.


ຂ່າວ/ບົດ​ອື່ນ